spot_img
Homeຂ່າວພາຍ​ໃນລາຄາໂດຍສານ ລົດໄຟລາວ-ຈີນ ສົມທຽບໃສ່ ທາງລົດແມ່ນຖືກ ແລະ ໃຊ້ເວລາເດີນທາງສັ້ນກວ່າ

ລາຄາໂດຍສານ ລົດໄຟລາວ-ຈີນ ສົມທຽບໃສ່ ທາງລົດແມ່ນຖືກ ແລະ ໃຊ້ເວລາເດີນທາງສັ້ນກວ່າ

Published on

ມາຮູ້ຈັກ ອັດຕາຄ່າຂົນສົ່ງໂດຍສານ ລົດໄຟລາວ-ຈີນ ສົມທຽບໃສ່ ທາງລົດແມ່ນຖືກ ແລະ ໃຊ້ເວລາເດີນທາງສັ້ນກວ່າເທົ່າຕົວ. ຕາມເອກະສານໂຄສະນາເຜີຍແຜ່ນຳພາແນວຄິດ ກ່ຽວກັບໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ກໍານົດການຄຸ້ມຄອງການບໍລິການ ດັ່ງນີ້: ຈໍານວນສະຖານີລົດໄຟຂອງໂຄງການ, ມີທັງໝົດ 33 ສະຖານີ, ໃນນີ້ 21 ສະຖານີ ຈະເປີດນຳໃຊ້ໃນໄລຍະຕົ້ນ ແລະ 12 ສະຖານີຈະເປີດໃນໄລຍະຕໍ່ໄປ. ໃນຈຳນວນ 33 ສະຖານີ, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ແຫ່ງ ແລະ ສະຖານີສິນຄ້າ ສະເພາະ 1 ແຫ່ງ ຢູ່ນະຄອນຫລວງວຽງຈັນ. ຈຸດສະຫລັບລາງ ແລະ ຈຸດຫລີກ ມີທັງໝົດ 284 ແຫ່ງ.

ສຳລັບການຈັດແຜນ ແລະ ຄຸ້ມຄອງການແລ່ນລົດໄຟ ໂດຍສະເພາະ ການບໍລິການຂົນສົ່ງໂດຍ ສານສ່ວນໃຫຍ່ແມ່ນຈະເປັນເວລາກາງເວັນ, ການບໍລິການຂົນສົ່ງສິນຄ້າຈະເປັນເວລາກາງຄືນ.

ສ່ວນການຈັດຖ້ຽວແລ່ນລົດສິນຄ້າ ແລະ ໂດຍສານ ຂອງຈຳນວນຖ້ຽວໄປ-ກັບ ໃນການບໍລິການຂົນສົ່ງ ແມ່ນອີງຕາມແຜນຄວາມຕ້ອງການຕົວຈິງຂອງຜູ້ໂດຍສານ ແລະ ສິນຄ້າ ໃນແຕ່ລະຊ່ວງ ແລະ ແຕ່ລະຕອນທາງ, ເຊິ່ງຈຳນວນຂະບວນລົດໄຟ ໃນເບື້ອງຕົ້ນ ຈະມີ 18 ຂະບວນ, ໃນນັ້ນຂະບວນຂົນສົ່ງໂດຍສານ ມີ 4 ຂະບວນ ແລະ ຂົນສົ່ງສິນຄ້າ ມີ 14 ຂະບວນ, ຄວາມສາມາດດັດປັບການອອກແບບຈັດຖ້ຽວ ໄປ-ກັບ ເດີນລົດໄຟຕໍ່ວັນ ແມ່ນອີງຕາມສະພາບເງື່ອນໄຂຂອງຈຳນວນສະຖານີ ທີ່ເປີດນຳໃຊ້ແຕ່ລະໄລຍະ ແລະ ອີງໃສ່ການອອກແບບຄິດໄລ່ ຈໍານວນຂະບວນລົດໄຟໃນແຕ່ລະປີ ແລະ ຄວາມສາມາດໃນການດັດປັບການຈັດຖ້ຽວໄປ-ກັບ ຂອງຂະບວນລົດໄຟຕໍ່ວັນ.

ທາງໃນລົດໄຟ ຮູບຈາກ Laos – China Railway Company Limited

ໃນສະພາບເງື່ອນໄຂຂອງຈຳນວນສະຖານີ ທີ່ເປີດນໍາໃຊ້ໃນໄລຍະເລີ່ມຕົ້ນ ມີ 21 ສະຖານີ ແມ່ນສາມາດອອກແບບຈໍານວນຖ້ຽວ ແລ່ນລົດໄດ້ 23 ຖ້ຽວ/ວັນ, ແຕ່ວ່າໃນໄລຍະຍາວຫາກມີການເປີດນຳໃຊ້ສະຖານີຄົບຕາມຈໍານວນ 33 ສະຖານີ ແມ່ນສາມາດເພີ່ມຖ້ຽວການແລ່ນລົດໄດ້ເຖິງ 39 ຖ້ຽວ/ວັນ.

ທາງໃນລົດໄຟ ຮູບຈາກ Laos – China Railway Company Limited

ສຳລັບອັດຕາຄ່າຂົນສົ່ງໂດຍສານ ແມ່ນ 0.3 ຢວນ/ຄົນ.ກມ (ປະມານ 350 ກີບ/ຄົນ.ກມ), ລວມຄ່າໂດຍສານແຕ່ວຽງຈັນ-ບໍ່ເຕ່ນ ປະມານ 140.000 ກີບ, ສົມທຽບໃສ່ການຂົນສົ່ງທາງລົດ ແມ່ນຖືກກວ່າເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າປະມານ 20 ຊົ່ວໂມງ.

ອັດຕາການຂົນສົ່ງສິນຄ້າ ແມ່ນ 0.5 ຢວນ/ໂຕນ.ກມ (ປະມານ 600 ກີບ/ໂຕນ.ກມ), ຖືກກວ່າການຂົນສົ່ງທາງລົດ 2 ເທົ່າໂຕ ແລະ ໃຊ້ເວລາສັ້ນກວ່າ 45 ຊົ່ວໂມງ.

ຂໍ້ມູນ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...