spot_img
Homeຂ່າວພາຍ​ໃນລາຄາສິນຄ້າຢູ່ຕະຫຼາດໃນນະຄອນຫຼວງວຽງຈັນສືບຕໍ່ແພງຂຶ້ນ

ລາຄາສິນຄ້າຢູ່ຕະຫຼາດໃນນະຄອນຫຼວງວຽງຈັນສືບຕໍ່ແພງຂຶ້ນ

Published on

 

ປັດຈຸບັນລາຄາສິນຄ້າປະເພດເຄື່ອງບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກຕ່າງໆ ທີ່ນຳມາວາງຂາຍຢູ່ຕາມຕະຫຼາດ

ຕ່າງໆ ໃນນະຄອນຫຼວງວຽງຈັນມີສະພາບການເໜັງຕີງແພງຂຶ້ນ ໂດຍສະເພາະແມ່ນສັດນ້ຳທຳມະຊາດປະເພດ:

ປາດຸກ, ປາຄໍ່, ກົບ ແລະ ອ່ຽນ ອັນເນື່ອງມາຈາກສັດນ້ຳປະເພດດັ່ງກ່າວ ມີທ່າອ່ຽງຫຼຸດໜ້ອຍ ແລະ ບໍ່ສາມາດຕ້ອງ

ການຂອງຜູ້ບໍລິໂພກໄດ້.

 

ຜ່ານຈາກການລົງຕິດຕາມສະພາບລາຄາຊີ້ນ, ປາ, ອາຫານ ແລະ ພືດຜັກ ຕ່າງໆຂອງນັກຂ່າວພວກເຮົາຢູ່ຕາມຕະ

ຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ເຫັນວ່າລາຄາສິນຄ້າມີການເໜັງຕີງເພີ່ມຂຶ້ນ ເລັກໜ້ອຍເຊັ່ນ: ຫອມບົ່ວ

ລາຄາສະເລ່ຍ 15-18 ພັນກີບ/ກິໂລ, ຫອມປ້ອມລາຄາ ສະເລ່ຍ 30-35 ພັນກີບຕໍ່ກິໂລ, ໝາກເຜັດ ລາຄາສະເລ່ຍ 15

-20 ພັນກີບຕໍ່ກິໂລ, ໝາກເລັ່ນ ກິໂລລະ 8-10 ພັນກີບ, ໝາກນາວກິ ໂລລະ 8-10 ພັນກີບ ແລະ ພືດຜັກອື່ນໆ ເນື່ອງ

ຈາກໄລຍະນີ້ໄດ້ ເລີ່ມເຂົ້າສູ່ທ້າຍລະດູຝົນ ອາກາດຈະບໍ່ອຳນວຍໃຫ້ແກ່ການປູກພືດຕາມລະດູການ ແລະ ຂະນະດຽວ

ກັນລາຄາປະເພດຊີ້ນ, ປາກໍມີການເໜັງຕີງເລັກໜ້ອຍ ເປັນຕົ້ນຊີ້ນງົວມີລາຄາ 70-75 ພັນກີບ/ກີໂລ, ຊີ້ນໝູລາຄາ

30- 40 ພັນກີບ/ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ ປາດຸກພັນ ລາຄາ 16-20 ພັນກີບ/ກິໂລ, ສຳ

ລັບສັດນ້ຳທຳມະຊາດຄື ກົບ, ອ່ຽນມີລາ ຄາ 60-75 ພັນກີບ/ກິໂລ ແລະ ປາດຸກທຳມະຊາດລາຄາກວ່າ 1 ແສນກີບ/ກິໂລ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...