spot_img
Homeຂ່າວຕ່າງປະເທດລາຄາວັກຊີນໂຄວິດ-19 ເຂັມລະ 20 ໂດລາ ຄາດວ່າຈະໄດ້ໃຊ້ໃນຕົ້ນປີໜ້າ

ລາຄາວັກຊີນໂຄວິດ-19 ເຂັມລະ 20 ໂດລາ ຄາດວ່າຈະໄດ້ໃຊ້ໃນຕົ້ນປີໜ້າ

Published on

ວັນທີ 24 ກໍລະກົດ ທີ່ຜ່ານມາ ເວັບໄຊ ໄທພີບີເອສ ລາຍງານວ່າ ທ່ານ ດຣ ສິຣິເຣີກ ຊົງສີວິໄລ  ເລຂາທິການໃຫຍ່ຂອງສະພາຄົ້ນຄວ້າແຫ່ງປະເທດໄທ, ກະຊວງການອຸດົມສຶກສາ, ວິທະຍາສາດ, ການຄົ້ນຄວ້າ ແລະ ນະວັດຕະກຳ ລະບຸເຖິງການຕິດຕາມຄວາມຄືບໜ້າຂອງການຜະລິດວັກຊີນໂຄວິດ-19 ໃນແຕ່ລະປະເທດທົ່ວໂລກ ຜົນການທົດສອບໄລຍະທີ 1 ລະ 2 ໃນມະນຸດ ໃຫ້ຜົນທີ່ໜ້າພໍໃຈ ໂດຍສະເພາະວັກຊີນທີ່ພັດທະນາໂດຍມະຫາວິທະຍາໄລອັອກຟອດ ຮ່ວມກັບບໍລິສັດ ແອສຕຣາເຊເນຄາ ປະເທດອັງກິດ ແລະ ວັກຊີນທີ່ພັດທະນາໂດຍບໍລິສັດ ແຄນໄຊໂນ ປະເທດຈີນ ເຊິ່ງພົບວ່າກະຕຸ້ນພູມຄຸ້ມກັນໄດ້ດີໃນອາສາສະໝັກ ແລະ ບໍ່ພົບຜົນຂ້າງຄຽງຮຸນແຮງ.

ສຳລັບການທົດສອບໃນຊ່ວງທີ 3 ນັ້ນ ຈະທົດສອບກັບປະຊາກອນຈຳນວນຫຼາຍເພື່ອເບິ່ງຜົນປ້ອງກັນການຕິດເຊື້ອ ເຊິ່ງເປັນຂັ້ນຕອນສຸດທ້າຍກ່ອນຈະໄດ້ຮັບການຮັບຮອງໃຫ້ໃຊ້ງານທົ່ວໄປ ຄາດວ່າຕົ້ນປີ 2021 ຈະເລີ່ມມີວັກຊີນພ້ອມໃຊ້ຈຳນວນໜຶ່ງ ແຕ່ຍັງມີຈຳນວນຈຳກັດ ຫຼັງຈາກນັ້ນຈຶ່ງສາມາດເພີ່ມຈຳນວນການຜະລິດຂຶ້ນເລື່ອຍໆເພື່ອໃຫ້ມີຈຳນວນວັກຊີນທີ່ພຽງພໍ.

ທ່ານ ດຣ. ສິຣິເຣີກ ລະບຸວ່າ ຮູບແບບການໃຊ້ນັ້ນ ກຳລັງຢູ່ໃນລະຫວ່າງການທົດສອບວັກຊີນແຕ່ລະແບບ ສ່ວນໃຫຍ່ຈະເຫັນຜົນວ່າມີລະດັບພູມຄຸ້ມກັນສູງພຽງພໍຫຼັງຈາກຊັກວັກຊີນເຂັມທີສອງ ດັ່ງນັ້ນ, ຈຶ່ງຄາດການວ່າຈະຕ້ອງໄດ້ຊັກວັກຊີນຄົນລະ 2 ເຂັມ ຫ່າງກັນໜຶ່ງເດືອນ ສ່ວນເລື່ອງລາຄານັ້ນແມ່ນຢູ່ທີ່ 20 ໂດລາຕໍ່ເຂັມ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...