spot_img
Homeຂ່າວທ້ອງຖິ່ນລາຄາຄໍາຈະບໍ່ສູງເກີນ 10 ລ້ານກີບຕໍ່ບາດ

ລາຄາຄໍາຈະບໍ່ສູງເກີນ 10 ລ້ານກີບຕໍ່ບາດ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ເພື່ອຮັກສາຖານຕະຫຼາດ ແລະ ລູກຄ້າໄວ້ ຜູ້ປະກອບການກໍສຸມໃສ່ການອອກແບບໃໝ່ໆໃຫ້ມີຄວາມທັນສະໄໝ, ຈາກທີ່ຜະລິດລວດລາຍ ໃຫຍ່ໆອະລັງການ ກໍຈະປັບຫຼຸດຂະໜາດໃຫ້ນ້ອຍລົງ, ລາຄາເໝາະສົມໃຫ້ລູກຄ້າສາມາດຊື້ໄດ້.

ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີ ແລະ ເຄື່ອງປະດັບລາວ ເຈົ້າຂອງຮ້ານຄໍາພູວົງ ກ່າວວ່າ: ລາຄາຄໍາໃນໄລຍະ 3 ເດືອນທ້າຍປີ ກໍຍັງໄດ້ຮັບແຮງກະທົບຈາກການລະບາດຂອງໂຄວິດ-19 ເຮັດໃຫ້ລາຄາຍັງຊົງຕົວ, ເນື່ອງຈາກກ່ອນທີ່ປະທານາທິບໍດີສະຫະລັດອາເມຣິກາຕິດໂຄວິດ-19 ຄໍາປັບຫຼຸດ ລົງເລັກໜ້ອຍ ພາຍຫຼັງທີ່ປະກາດວ່າປົວດີແລ້ວ ລາຄາຄໍາໄດ້ປັບຂຶ້ນ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າລາຄາຄໍາແມ່ນມີປັດໄຈໃນການຂຶ້ນລົງຢູ່ທີ່ປະເທດມະຫາອໍານາດ ເປັນຕົ້ນແມ່ນອາເມຣິກາ, ຈີນ ແລະ ບັນດາປະເທດໃນເອີຣົບ.

ທ່ານກ່າວອີກວ່າ: ໃນໄລຍະອອກພັນສາທຸກໆປີ ແມ່ນເປັນໄລຍະຂາຍດີ ໂດຍສະເພາະການຈັດງານບຸນ, ງານແຕ່ງດອງ ແລະ ງານປະເພນີອື່ນໆຢ່າງຫຼວງຫຼາຍ ແຕ່ປີນີ້ຈະບໍ່ເປັນຄືກັບທຸກໆປີ ເພາະວ່າປີນີ້ຍັງຢູ່ໃນໄລຍະການປ້ອງກັນ ແລະ ຄວບຄຸມການລະບາດຂອງໂຄວິດ-19 ລັດຖະບານກໍມີມາດຕະການໃນການຈັດງານ, ຈັດກໍບໍ່ໃຫ້ໃຫຍ່, ບວກໃສ່ສະພາບເສດຖະກິດມີຄວາມຫຍຸ້ງຍາກ, ສະນັ້ນ ຈໍານວນຄົນທີ່ມາຊື້ຄໍາແມ່ນຫຼຸດລົງ ເຮັດໃຫ້ຜູ້ປະກອບການມີຄວາມທ້າທາຍຕ້ອງໄດ້ປັບຕົວໄປຕາມກົນໄກຂອງຕະຫຼາດ.

ທ່ານໃຫ້ທັດສະນະວ່າ: ໃນນາມສ່ວນຕົວຈາກປະສົບການດໍາເນີນທຸລະກິດມາ ເຫັນວ່າແຕ່ນີ້ຮອດທ້າຍປີລາຄາຄໍາຈະບໍ່ສູງເກີນ 10 ລ້ານກີບຕໍ່ບາດ ເຖິງຈະເປັນໄລຍະທີ່ການລະບາດຂອງໂຄວິດ-19 ແຕ່ເນື່ອງຈາກຫຼາຍປະເທດກໍໄດ້ປະກາດ ແລະ ທົດລອງນໍາໃຊ້ວັກແຊັງປ້ອງກັນໂຄວິດ-19 ເຮັດໃຫ້ນັກລົງທຶນຜ່ອນຄາຍຄວາມກັງວົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...