spot_img
Homeຂ່າວທ້ອງຖິ່ນລັດໃຫ້ເກັບລາຍຮັບໃນບັນດາຫົວໜ່ວຍກິດຈະການໃດທີ່ບໍ່ຖືກຜົນກະທົບໂຄວິດ-19

ລັດໃຫ້ເກັບລາຍຮັບໃນບັນດາຫົວໜ່ວຍກິດຈະການໃດທີ່ບໍ່ຖືກຜົນກະທົບໂຄວິດ-19

Published on

ລັດຖະບານ ໄດ້ແນະນໍາໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ເກັບລາຍຮັບໃນບັນດາຫົວໜ່ວຍກິດຈະການໃດບໍ່ຖືກຜົນກະທົບໂຄວິດ-19 ໃຫ້ໄດ້ຢ່າງຄົບຖ້ວນ, ຈໍາກັດການຮົ່ວໄຫຼ ໂດຍນຳໃຊ້ລະບົບການເກັບລາຍຮັບແບບທັນສະໄໝຢ່າງກວ້າງຂວາງຕື່ມ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2020 ທີ່ໄດ້ຈັດຂຶ້ນແຕ່ວັນທີ 21-22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ກອງປະຊຸມກໍ່ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ, ເຊິ່ງໄດ້ຊີ້ນໍາໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂສະພາບພົ້ນເດັ່ນທາງດ້ານເສດຖະກິດ ເປັນຕົ້ນແມ່ນ: ການຄຸ້ມຄອງສະພາບອັດຕາແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້.

ພ້ອມນັ້ນ, ໃຫ້ຄົ້ນຄວ້ານະໂຍບາຍເງິນຕາ ເພື່ອຊຸກຍູ້ບັນດາທະນາຄານ ທຸລະກິດຊື້ພັນທະບັດໃໝ່ຂອງ ກະຊວງການເງິນຕື່ມອີກ; ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວຂອງຫົວໜ່ວຍການເງິນຈຸລະພາກ ປະຕິບັດລະບຽບການ, ນະໂຍບາຍຕ່າງໆ ຢ່າງຖືກຕ້ອງ, ເຂັ້ມງວດ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...