spot_img
Homeຂ່າວທ້ອງຖິ່ນລັດຮຽກຮ້ອງຜູ້ປະກອບການທ່ອງທ່ຽວໂຈະເອົານັກທ່ອງທ່ຽວລາວໄປເຂດທີ່ມີການລະບາດ

ລັດຮຽກຮ້ອງຜູ້ປະກອບການທ່ອງທ່ຽວໂຈະເອົານັກທ່ອງທ່ຽວລາວໄປເຂດທີ່ມີການລະບາດ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ລາວໄດ້ຮຽກຮ້ອງໃຫ້ຜູ້ປະກອບການ ທຸລະກິນທ່ອງທ່ຽວໃຫ້ໂຈະການບໍລິການ ນໍາກຸ່ມນັກທ່ອງທ່ຽວ ຈາກ ສປປ ລາວ ໄປເຂດທີ່ມີການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19), ໂດຍສະເພາະປະເທດເກົາຫລີໃຕ້ ເນື່ອງມາຈາກຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ເກົາຫລີໃຕ້ ເພີ່ມຂື້ນຢ່າງຫຼວງຫຼາຍ.

ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ກ່າວໃນງານຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ເຊົ້າ ວັນທີ 26 ກຸມພາ ວ່າ: ທາງການລາວແມ່ນໄດ້ເອົາໃຈໃສ່ ແລະ ມີຄວາມຫ່ວງໃຍ, ຈຶ່ງໄດ້ກຽມອອກໜັງສືແຈ້ງການ ເພື່ອແຈ້ງໃຫ້ບໍລິສັດທ່ອງທ່ຽວໂຈະການນໍາກຸ່ມນັກທ່ອງທ່ຽວເດີນທາງໄປເຂດທີ່ເກີດການລະບາດຂອງພະຍາດ COVID-19.

ລັດວິສາຫະກິດການບິນລາວຄາດວ່າຈະໂຈະຊົ່ວຄາວຖ້ຽວບິນ​ ວຽງຈັນ-ເຊອູນ ໃນເດືອນໜ້ານີ້ ເນື່ອງຈາກມີຜູ້ໂດຍສານໜ້ອຍ ໃນຕົ້ນເດືອນນີ້, ສາຍການບິນລາວກໍ່ໄດ້ໂຈະຊົ່ວຄາວຖ້ຽວບິນໄປຫຼາຍເມືອງຂອງຈີນ.

 

 

ຮຽບຮຽງຂ່າວ:​ ພຸດສະດີ

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...