spot_img
Homeຂ່າວທ້ອງຖິ່ນລັດວິສາຫະກິດໄຟຟ້າລາວ ຈະຮ່ວມກັບ ອົງການ ການ​ເງິນ​ສາກົນ ສຶກສາຄວາມເປັນໄປໄດ້ ດ້ານເຕັກນິກ-ເສດຖະກິດ ​ແລະ ຜົນກະທົບເບື້ອງຕົ້ນດ້ານສິ່ງແວດລ້ອມ

ລັດວິສາຫະກິດໄຟຟ້າລາວ ຈະຮ່ວມກັບ ອົງການ ການ​ເງິນ​ສາກົນ ສຶກສາຄວາມເປັນໄປໄດ້ ດ້ານເຕັກນິກ-ເສດຖະກິດ ​ແລະ ຜົນກະທົບເບື້ອງຕົ້ນດ້ານສິ່ງແວດລ້ອມ

Published on

ລັດວິສາຫະກິດໄຟຟ້າລາວ ຈະຮ່ວມກັບ ອົງການການ​ເງິນ​ສາກົນ IFC ຈະດຳເນີນການສຶກສາຄວາມເປັນໄປໄດ້ ໂຄງການສາຍສົ່ງ 500 ກິໂລໂວນ (KV) ເສັ້ນໜຶ່ງ ທີ່ຈະນຳໃຊ້ເຂົ້າໃນການສົ່ງພະລັງງານໄຟຟ້າ ຈາກ ສປປ ລາວ ໄປສູ່ປະເທດຫວຽດນາມໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ-ເສດຖະກິດ ແລະ ສຶກສາຜົນກະທົບເບື້ອງຕົ້ນ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການສາຍສົ່ງ ຂື້ນໃນວັນທີ 11 ເມສາ 2019 ໂດຍການລົງນາມສັນຍາ ລະຫວ່າງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ລູໂບມຽກ ວາບານອຟ ຜູ້ຈັດການຝ່າຍລົງທຶນ ໃນໂຄງການຊັບພະຍາກອນທໍາມະຊາດ ແລະ ພຶ້ນຖານໂຄງລ່າງ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ ຂອງອົງການ ການ​ເງິນ​ສາກົນ (IFC), ມີບັນດາ ຫົວໜ້າກົມ, ຮອງກົມ ແລະ ພາກສວນກ່ຽວຂ້ອງ ຂອງ​ທັງ​ສອງ​ຝ່າຍ ເຂົ້າຮ່ວມ ​ເປັນ​ສັກຂີ​ພິຍານ.

ໂອກາດດັ່ງກ່າວ, ທ່ານ ທອງພັດ ອິນທະວົງ ກ່າວວ່າ: ເພື່ອໃຫ້ສາມາດນຳໃຊ້ທ່າແຮງທາງດ້ານການຜະລິດພະລັງງານໄຟຟ້າ ທີ່ມີຫລາຍຢູ່ປະເທດເຮົາ ມີຄວາມຈຳເປັນທີ່ຕ້ອງໄດ້ພັດທະນາ ພື້ນຖານໂຄງລ່າງ ສາຍສົ່ງທີ່ມີຄຸນນະພາບ, ໃນໄລຍະ 6 ເດືອນ ພາຍຫລັງການເຊັນບົດບັນທຶກ ອົງການ IFC ຈະຮ່ວມກັບ ລັດວິສາຫະກິດໄຟຟ້າລາວ ດຳເນີນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ຕໍ່ໂຄງ ການສາຍສົ່ງ 500 ກິໂລໂວນ (KV) ເສັ້ນໜຶ່ງ ທີ່ຈະນຳໃຊ້ເຂົ້າໃນການສົ່ງພະລັງງານໄຟຟ້າ ຈາກ ສປປ ລາວ ໄປສູ່ປະເທດຫວຽດນາມ, ຖ້າຜົນການສຶກສາຫາກພົບວ່າ ໂຄງການສາຍສົ່ງເສັ້ນດັ່ງກ່າວ ບໍ່ແທດເໝາະ, ອົງການ IFC ກໍຈະສືບຕໍ່ ຊ່ວຍກະຊວງພະລັງງານ ແລະ ບໍ່ແຮ່ ໃນການກຳນົດ ແລະ ປະເມີນໂຄງການ ສາຍສົ່ງເສັ້ນອື່ນໆ ທີ່ອາດເໝາະສົມສຳລັບການລົງທຶນ ຂອງພາກເອກະຊົນ.

ອີງໃສ່ທ່າແຮງພື້ນຖານທາງດ້ານພູມສາດ ແລະ ຊັບພະຍາກອນທຳມະຊາດ ຂອງປະເທດ, ການສະໜອງພະລັງງານຕົ້ນຕໍຂອງປະເທດ ໄດ້ມີການຂະຫຍາຍຕົວໃນລະດັບ 7,5% ຕໍ່ປີ ເຮັດໃຫ້ການສົ່ງອອກພະລັງງານໄຟຟ້າເພີ່ມຂຶ້ນເກືອບ 4 ເທົ່າຕົວ ພາຍໃນໄລຍະເວລາ 15 ປີ ແຕ່ປີ 2000-2015, ການພັດທະນາພຶ້ນຖານໂຄງລ່າງ ສາຍສົ່ງພັດເຫັນວ່າມີຄວາມຊັກຊ້າ ​ເຊິ່ງອາດເປັນການຈຳກັດຄວາມອາດສາມາດຂອງປະເທດ ໃນການຜັນຂະຫຍາຍທ່າແຮງ ທີ່ມີໃນພາກການຜະລິດ ເພື່ອຕອບສະໜອງການຊົມໃຊ້ພາຍໃນ ແລະ ການສົ່ງອອກ. ເພື່ອເປັນການຊ່ວຍລະດົມ ການລົງທຶນຈາກພາກເອກະຊົນ ເຂົ້າໃນການຂະຫຍາຍເຄືອຂ່າຍ ຕາໜ່າງແຈກຢາຍພະລັງງານທີ່ມີໃນປັດຈຸບັນ ​ເຊິ່ງອົງການການ IFC ຈະໃຫ້ການຊ່ວຍເຫລືອ​ແກ່ກະຊວງພະລັງງານ ​ແລະ ບໍ່​ແຮ່ ໃນການປະເມີນບັນດາໂຄງການສາຍສົ່ງ ຈຳນວນໜຶ່ງ ແລະ ກຳນົດຫາໂຄງການສະເພາະ ເພື່ອຈະລະດົມການລົງທຶນ ຂອງພາກເອກະຊົນ ພາຍໃຕ້ຮູບການລົງທຶນທີ່ເໝາະສົມ.

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...