spot_img
Homeຂ່າວທ້ອງຖິ່ນລັດມອບເຄື່ອງບັນເທົາທຸກຈາກນ້ຳຖ້ວມ 2 ຮ້ອຍລ້ານກີບ ໃຫ້ຫຼວງພະບາງ

ລັດມອບເຄື່ອງບັນເທົາທຸກຈາກນ້ຳຖ້ວມ 2 ຮ້ອຍລ້ານກີບ ໃຫ້ຫຼວງພະບາງ

Published on

ໃນຕອນເຊົ້າ ຂອງວັນທີ 22 ສິງຫາ 2016 ຜ່ານມາ, ຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດນຳໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ), ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ພ້ອມດ້ວຍຄະນະ ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອ ເພື່ອບັນເທົາທຸກຈາກໄພນ້ຳຖ້ວມໃຫ້ແຂວງ ຫຼວງພະບາງ ລວມມູນຄ່າ 200 ລ້ານ ກີບ.

ໂອກາດດຽວກັນນີ້ ທ່ານ ບົວຄົງ ນາມມະວົງ ຮອງເຈົ້າແຂວງໆຫຼວງພະບາງ ກໍໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 8-20 ສິງຫາ 2016 ຜ່ານມານີ້, ໄດ້ມີຝົນຕົກໜັກຢູ່ທຸກເມືອງ ພາຍໃນແຂວງຫຼວງພະບາງ ແລະເກີດມີນ້ຳຖ້ວມຊຸຢ່າງກະທັນຫັນເຮັດໃຫ້ 100 ບ້ານ ຖືກນ້ຳຖ້ວມ, 3.159 ຄອບຄົວໄດ້ຮັບຜົນກະທົບ, ເຮືອນຖືກນ້ຳຖ້ວມ 257 ຫຼັງຄາ, ເປ່ເພ 60 ກວ່າ ຫຼັງ, ຖືກນໍ້າຊຸໄຫຼໄປ 22 ຫຼັງ ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ຖືກເປ່ເພ 11 ຈຸດ, ເສັ້ນທາງຫຼວງທ້ອງຖິ່ນ 57 ເສັ້ນຖືກຕັດຂາດຂົວ 16 ແຫ່ງ, ໃນນັ້ນ ຂົວເບຕົງ 5 ແຫ່ງ ແລະຂົວອູ່ 8 ແຫ່ງຖືກພັດໄຫຼໄປນຳກະແສນ້ຳ, ສ່ວນໂຮງ ຮຽນ 4 ຫຼັງ ແລະສຸກສາລາ 2 ຫຼັງ, ຊົນລະປະທານ 27 ແຫ່ງ, ຄອງເໝືອງ 41 ຈຸດ ຍາວ 733 ແມັດ ຖືກທຳລາຍ ຍ້ອນກະແສນ້ຳ, ນອກນັ້ນ ຍັງມີເນື້ອທີ່ ການຜະລິດເສຍຫາຍຫຼາຍສົມຄວນ ໂດຍ ສະເພາະແມ່ນນາ 187,44 ເຮັກຕາ, ໄຮ່ 9 ເຮັກຕາ, ສວນໄມ້ໃຫ້ໝາກ 89 ເຮັກຕາ ແລະອື່ນໆ ສ່ວນຜົນເສຍຫາຍ ຍັງຕ້ອງໄດ້ປະເມີນຕື່ມອີກ ເພື່ອລາຍງານລັດຖະບານ.

ພາຍຫຼັງຮັບຟັງການລາຍງານສະພາບການ ແລະຜົນເສຍຫາຍແລ້ວ ທ່ານ ຄຳແພງ ໄຊສົມແພງ ໄດ້ຕາງໜ້າຄະນະ ກໍໄດ້ກ່າວສະແດງຄວາມເຫັນໃຈຕໍ່ໄພ ພິບັດທີ່ເກີດຂຶ້ນຄັ້ງນີ້ ຊຶ່ງກໍໃຫ້ເກີດຜົນ ເສຍຫາຍຕໍ່ຊັບສິນຂອງລັດ ແລະບຸກຄົນເປັນຈຳນວນບໍ່ໜ້ອຍ ແຕ່ຍ້ອນຄະນະພັກ ຄະນະນຳແຂວງ ມີໄຫວພິບໃນການນຳພາຮັບມືກັບໄພພິບັດດັ່ງກ່າວ ຈິ່ງເຮັດໃຫ້ທຸກພາກສ່ວນໄດ້ຮ່ວມແຮງຮ່ວມໃຈກັນເປັນເຈົ້າ ແກ້ໄຂສະພາບການ ຢ່າງມີປະສິດທິຜົນ ແລະຈະໄດ້ຮີບຮ້ອນ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຄືນສູ່ປົກກະຕິ, ພ້ອມນັ້ນ ທ່ານ ຄຳແພງ ໄຊສົມແພງ ຕາງໜ້າໃຫ້ຄະນະກຳ ມະການກໍໄດ້ມອບເງິນສົດຈຳນວນ 100 ລ້ານກີບ ເພື່ອຊື້ເຄື່ອງອຸປະໂພກ ບໍລິໂພກ ແລະອີກ 100 ລ້ານກີບ ເປັນ ເງິນຄ່ານໍ້າມັນສຳລັບຂົນສົ່ງ, ພ້ອມທັງໄດ້ປະສານເອົາລົດບັນທຸກນ້ຳ, ລົດກອງນໍ້າສະອາດ ແລະຕຸກນ້ຳດື່ມຈຳນວນ 800 ຕຸກ ລວມທັງ ເຄື່ອງຄົວກິນ ແລະເຄື່ອງນຸ່ງຫົ່ມຈຳນວນໜຶ່ງມອບໃຫ້ ແຂວງ ແລະແຂວງຕ້ອງມອບຕໍ່ໃຫ້ກັບຜູ້ ທີ່ຖືກໄພພິບັດນີ້ອີກດ້ວຍ, ພ້ອມດຽວກັນນັ້ນ ທາງຄະນະຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອບັນດາແຂວງຕ່າງໆທີ່ຖືກຜົນ ກະທົບຈາກໄພນ້ຳຖ້ວມຕື່ມອີກດ້ວຍ

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...