spot_img
Homeຂ່າວພາຍ​ໃນລັດທະມົນຕີການຕ່າງປະເທດ ອົດສະຕຣາລີ້ຢ້ຽມຢາມ ສປປລາວຢ່າງເປັນທາງການ

ລັດທະມົນຕີການຕ່າງປະເທດ ອົດສະຕຣາລີ້ຢ້ຽມຢາມ ສປປລາວຢ່າງເປັນທາງການ

Published on

 

ໃນຕອນຄໍ່າຂອງວັນທີ 17 ກຸມພາ 2013 ທ່ານ ບ໋ອບ ຄາ, ສະມາຊິກສະພາສູງ, ລັດຖະມົນຕີການຕ່າງ ປະເທດຂອງ ອົດສະຕຣາລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຖີງນະຄອນຫລວງວຽງຈັນ ເພື່ອ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄຳເຊີນ ຂອງ ທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ.   ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂື້ນ ໃນ​ວັນ​ທີ 18 ກຸມພາ 2013ຢູ່ທີ່ ກະຊວງການຕ່າງປະເທດໂດຍມີ ທ່ານຮອງນາຍົກລັດຖະມົນຕີ ດຣ ທອງລຸນ ສີສຸລິດ, ລັດຖະ ມົນຕີຊ່ວຍວ່າການ, ຫົວໜ້າຫ້ອງການ ແລະບັນດາຫົວໜ້າກົມເຂົ້າຮ່ວມ. ຫລັງຈາກນັ້ນ, ໄດ້ຈັດການພົບປະ​ສອງ​ຝ່າຍຢ່າງເປັນທາງການໂດຍການເປັນປະທານ ຂອງ ທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ບ໋ອບ ຄາ, ລັດຖະມົນຕີການຕ່າງປະເທດ ຂອງ ອົດສະຕຣາລີ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 17 – 20 ກຸມພາ 2013.

ໃນໂອກາດການພົບປະ ທ່ານຮອງນາຍົກ ດຣ. ທອງລຸນ ສີສຸລິດ ໄດ້ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມຂອງ​​ທ່ານລັດ ຖະມົນຕີການຕ່າງປະເທດ ຂອງ ອົດສະຕຣາລີ ແລະ ຄະນະ​ ໃນ​ຄັ້ງນີ້,ຊຶ່ງຈະ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນສາຍ​ພົວພັນ​ມິດຕະພາບແລະ​ການ​ຮ່ວມ​ມື​ອັນ​ດີລະຫວ່າງສອງ​ປະ​ເທດເວົ້າລວມ ເວົ້າສະເພາະລະຫວ່າງ ສອງ​ຂະ​ແໜງ​ການ​ຕ່າງປະ​ເທດ.

ສອງຝ່າຍໄດ້ຕີລາຄາ​ສູງ​ຕໍ່​ສາຍ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອັນ​ດີລະຫວ່າງ​ສອງປະ​ເທດ ລາວ​ແລະອົດ​ສະຕຣາລີທີ່​ມີ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງຕະຫລອດ​ໄລຍະ60ປີແຫ່ງການສ້າງຕັ້ງສາຍພົວພັນ ທາງການທູດນັບແຕ່ປີ1952ເປັນຕົ້ນມາ. ສອງ​ປະ​ເທດ​ໄດ້​ມີ​ການ​ພົວພັນ​ໄປມາຫາສູ່ ແລະ​ແລກປ່ຽນການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ໃນ​ຫລາຍ​ລະດັບ​ໂດຍສະເພາະນັບ​ແຕ່​ຊຸມປີ1990ການພົວພັນແລະການຮ່ວມມື ລະຫວ່າງສອງປະເທດໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງ.ການແລກປ່ຽນຄະນະຜູ້ແທນລະດັບລັດຖະມົນ ຕີແລະລະດັບວິຊາການຈາກຂະແໜງການຕ່າງໆຢ່າງ​ຕໍ່​ເນື່ອງຂອງສອງປະເທດໄດ້ເປັນສິ່ງກະຕຸກຊຸກຍູ້ການ ປຶກສາຫາລືສອງຝ່າຍໃຫ້ກ້າວໜ້າ ແລະ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ​ສູງ​ຂື້ນ​ເລື້ອຍໆ ເພື່ອປະກອບສ່ວນເຂົ້າໃນການ ເສີມສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງລັດຖະບານ ແລະ ປະຊາຊົນສອງຊາດ.ສອງ​ປະ​ເທດ​ໄດ້ໃຫ້ການ ສະໜັບສະໜູນຊຶ່ງກັນ ແລະກັນໃນເວທີສາກົນກໍຄືພາກພື້ນຕະຫລອດມາ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່ລັດຖະບານອົດ​ສະຕຣາລີ ທີ່ໄດ້​ໃຫ້ການ​ຊ່ວຍ​ເຫລືອ ​ແກ່ສປປລາວ ຢ່າງຕໍ່ເນື່ອງ ແລະມີລັກສະນະເພີ່ມຂຶ້ນແຕ່ລະປີ ນັບແຕ່ ປີ 1993 ຈາກ 4 ລ້ານໂດລາຕໍ່ປີ ມາເປັນ 54 ລ້ານໂດລາອົດສະຕຣາລີ ໃນສົກປີ 2012-2013 ນີ້ ອັນ​​ເປັນ​ການ​ປະກອບສ່ວນ​ຊ່ວຍ​​ເຮັດ​ໃຫ້ການ​ພັດ ທະນາ​ເສດຖະກິດ-ສັງຄົມ ກໍ​ຄື​ຊີວິດການ​ເປັນ​ຢູ່ ຂອງ​ປະຊາຊົນ​ລາວ ​ໃນ​ຫລາຍ​ທ້ອງ​ຖິ່ນ​ດີ​ຂື້ນ​ເປັນ​ລຳດັບ.ພ້ອມດຽວກັນນັ້ນ, ກໍໄດ້ສະ​ແດງ​ຄວາມຂອບ​ໃຈທີ່ລັດຖະບານອົດ​ສະຕຣາ ລີ​ໄດ້ໃຫ້ການ​ສະໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ແກ່ສປປລາວ​ດ້ານການ​ການ​ຄ້າ​ແລະລົງທຶນ ຢ່າງ​ຕໍ່​ເນື່ອງ ຕະຫລອດ​ມາ ໂດຍສະເພາະການເຂົ້າເປັນສະມາຊິກ ຂອງອົງການ ການ​ຄ້າ​ໂລກ ຫລື WTOເຊິ່ງສປປລາວໄດ້ຖືກຮັບ ເຂົ້າເປັນສະມາຊິກ​ຢ່າງ​ເຕັມ​ສ່ວນ ເມື່ອວັນທີ 02 ກຸມພາ 2013 ຜ່ານມານີ້.

ຝ່າຍ ອົດສະຕຣາລີ ໄດ້ສະ​ແດງ​ຄວາມຊົມ​ເຊີຍ ລັດຖະບານ​ລາວຕໍ່​ການ​ກະກຽມ​ການແລະການເປັນ ເຈົ້າພາບຈັດ​ກອງ​ປະຊຸມອາ​ເຊັມ 9​ໄດ້​ຮັບຜົນສຳເລັດ ເປັນ​ຢ່າງ​ດີຍິ່ງ ​ແລະ ສະ​ແດງ​ຄວາມ​ດີ​ໃຈ​ທີ່ລັດຖະບານ ອົດ​ສະຕຣາລີກໍ່ມີ​ສ່ວນ​ຮ່ວມສະໜັບ​ສະ​ໜູນການ​ກະກຽມ​ກອງ​ປະຊຸມ​ດັ່ງກ່າວໃນດ້ານ​ການ​ຝຶກ​ອົບຮົມ​ພາສາ​ອັງກິດ​ໃຫ້​ແກ່​ບຸກຄະລາ​ກອນ​ທີ່​ເຂົ້າ​ຮັບ​ໃຊ້​ກອງ​ປະຊຸມກອງປະຊຸມ ດັ່ງກ່າວ. ພ້ອມດຽວກັນນັ້ນ,ທ່ານລັດຖະ ມົນຕີຕ່າງປະເທດ ບ໋ອບ ຄາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສປປ ລາວ ທີ່​ສະໜັບສະໜູນ​ອົດ​ສະຕຣາລີ ໃຫ້ເປັນ​ພາກສ່ວນ​ໜຶ່ງ​ຂອງທະວີບອາຊີ ​ແລະ ການ​ສະໜັບສະໜູນ​ໃຫ້ອົດ​ສະຕຣາລີເຂົ້າ​ເປັນ​ສະມາຊິກບໍ່​ຖາວອນຂອງ​ສະພາ​ຄວາມໝັ້ນຄົງ ສປຊ.
ສປປ ລາວ ມີຄວາມຍິນດີ ທີ່ຈະສືບຕໍ່ ໃຫ້ການສະໜັບສະໜູນ ອົດສະຕຣາລີ ໃນຂອບສອງຝ່າຍກໍຄື ຫລາຍ ຝ່າຍ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ແລະການຮ່ວມມືລະຫວ່າງ ອົດສະຕຣາລີ ໃນ ຂົງເຂດ ກໍຄືພາກພື້ນ ແລະໃນໂລກ.
ຝ່າຍ ອົດສະຕຣາລີ ​ໄດ້​ຢືນຢັນ ມີຄວາມຍິນດີ ທີ່ຈະສືບຕໍ່​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ ​ແກ່ ສປປ ລາວ ຕໍ່​ໄປ​ໃນ​ດ້ານການ​ສຶກສາ,ການ​ສະໜັບສະໜູນ​ການ​ເຕີບ​ໂຕ​ທາງ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ ​ແບບ​ຍືນ​ຍົງ​ແລະການ​ພັດທະນາ​ຊົນນະບົດ​ລວມທັງໂຄງ​ການ​ເກັບ​ກູ້​ລະ​ເບີດ​ແລະ​ການກໍ່​ສ້າງພື້ນຖານ​ໂຄງ​ລ່າງ​ຢູ່​ເຂດ​ຊົນນະບົດ. ພ້ອມທັງ ມີຄວາມຍິນດີທີ່ຈະຊຸກຍູ້ໃຫ້ນັກທຸລະກິດຂອງອົດສະຕຣາລີມາດຳເນີນ ທຸລະກິດຢູ່ ສປປ ລາວ ຫລາຍ ຂຶ້ນ. ​ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້​ແຈ້ງ​ໃຫ້​ຝ່າຍລາວຊາບແຜນຍຸດທະສາດຂອງ ອົດສະຕຣາລີຊຶ່ງສູມໃສ່ຂົງເຂດອາຊີໂດຍສະເພາະກັບບັນດາປະເທດອາຊຽນແລະການປະກາດນະໂຍບາຍ ດ້ານຄວາມໝັ້ນຄົງແຫ່ງຊາດ ຂອງອົດສະຕຣາລີ ອັນໃໝ່ເພື່ອຮັບມືແລະຕອບໂຕ້ກັບບັນຫາທີ່ເຄັ່ງຮ້ອນຢູ່ ໃນຂົງເຂດ ໂດຍສະເພາະແມ່ນໄພຂົ່ມຂູ່ຕໍ່ຄວາມໝັ້ນ ຄົງແບບໃໝ່ ເປັນຕົ້ນແມ່ນການໂຈມຕີທາງອິນເຕີແນັດ ຊຶ່ງນຳຜົນເສຍຫາຍໃຫ້ແກ່ລັດ, ທຸລະກິດ ແລະນິຕິບຸກຄົນໃນ ຫລາຍປະເທດໃນໂລກລວມທັງ ອົດສະຕຣາລີ.
ການພົບປະສອງຝ່າຍ ຢ່າງເປັນທາງການ ໄດ້ດຳເນີນ ໄປດ້ວຍບັນຍາກາດ ສ້າງສັນ ແບບມິດໄມຕີ ແລະ ເຂົ້າອົກເຂົ້າໃຈກັນ. ຫລັງ​ຈາກ ການ​ພົບ​ປະສອງ​ຝ່າຍ ຢ່າງ​ເປັນ​ທາງ​ການ ທ່ານລັດຖະມົນຕີ ທັງ​ສອງ​ໄດ້​ຮ່ວມ​ກັນລົງ​ນາມ​ໃນ​ເອກະສານການ​ປະກອບສ່ວນຂອງລັດຖະບານອົດ​ສະຕຣາລີ​​ເຂົ້າ​ໃນ​ການ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າມູນ​ຄ່າ 5 ລ້ານ​ໂດ​ລາອົດ​ສະຕຣາລີ ໃຫ້​ແກ່ ສປປ ລາວ ສຳລັບ ​ໄລຍະ 4 ປີ ​ແລະ​ໄດ້​ຮ່ວມ​ກັນຖະ​ແຫລ​ງຂ່າວ​ກ່ຽວ​ກັບ​ຜົນ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ.​ໃນ​ຕອນ​ແລງ​ຂອງ​ວັນດຽວ​ກັນ ທ່ານ ຮອງ​ນາຍົກ ທອງ​ລຸນ ສີ​ສຸ​ລິດ​ໄດ້​ຈັດ​ງານ​ລ້ຽງ​ເພື່ອ​ເປັນ​ກຽດ​ໃຫ້​ແກ່ ທ່ານລັດຖະມົນຕີ​ຕ່າງປະ​ເທດ ບ໋ອບ ຄາ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ.

ໃນ​ຕອນ​ເຊົ້າຂອງ​ວັນດຽວກັນນີ້, ກ່ອນ​ໜ້າການ​ພົບ​ປະ ທ່ານລັດຖະມົນຕີ​ຕ່າງປະ​ເທດ ບ໋ອບ ຄາ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະຄະນະ​​ໄດ້​ຢ້ຽມຢາມໂຮງໝໍ​ປິ່ນປົວ​ຕາ​ທົ່ງ​ປົ່ງ​ແລະ​ໄດ້​ປະກາດ​ໃຫ້ການ​ຊ່ວຍ​ເຫລືອ ​ແກ່​ໂຮງໝໍ​ດັ່ງກ່າວ ມູນ​ຄ່າ 1 ລ້ານ​ໂດ​ລາ​ອົດ​ສະຕຣາລີ ​ເພື່ອ​ນຳ​​ໃຊ້​ເຂົ້າ​ໃນ​ການ​ຊື້​ອຸປະກອນ​ຮັບ​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ ​ໃຫ້​ແກ່​ໂຮງໝໍ​ດັ່ງກ່າວ.

ທີ່ມາhttp://www.mofa.gov.la

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...