spot_img
Homeຂ່າວການພັດທະນາລັດຖະມົນຕີແຮງງານ ແນະນໍາຊາວໜຸ່ມຫັນມາຮຽນວິຊາຊີບໃຫ້ຫລາຍຂຶ້ນ

ລັດຖະມົນຕີແຮງງານ ແນະນໍາຊາວໜຸ່ມຫັນມາຮຽນວິຊາຊີບໃຫ້ຫລາຍຂຶ້ນ

Published on

ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ແນະນໍາໃຫ້ຊາວໜຸ່ມຫັນມາຮຽນວິຊາຊີບຫລາຍຂຶ້ນ, ພາຍຫລັງເຫັນວ່າແຮງງານທີ່ມີສີມືພວມເປັນທີ່ຕ້ອງການໃນຕະຫລາດແຮງງານທັງຢູ່ພາຍໃນ ແລະ ຕ່າງປະເທດ.
ທ່ານລັດຖະມົນຕີໃຫ້ຮູ້ວ່າ: ປັດຈຸບັນການລົງທຶນໃນຂົງເຂດຕ່າງໆຢູ່ປະເທດເຮົາແມ່ນມີການຂະຫຍາຍນັບມື້ເພີ່ມຂຶ້ນ, ແຕ່ການສະໜອງແຮງງານທີ່ມີສີມື, ມີເຕັກນິກສູງ ແລະ ນາຍຊ່າງ ທີ່ມີຄວາມຊໍານານຍັງບໍ່ທັນພຽງພໍກັບການຂະຫຍາຍຕົວດັ່ງກ່າວ, ອັນເນື່ອງມາຈາກໃນໄລຍະຜ່ານມາການສ້າງແຮງງານສ່ວນຫລາຍແມ່ນໄປຕາມຄວາມມັກຂອງກໍາລັງແຮງງານ, ລະດັບການສຶກສາບໍ່ສູງ, ຂາດຄວາມອົດທົນໃນການອອກແຮງງານ ແລະ ອື່ນໆ.

ແນວໃດກໍຕາມ, ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII 2016-2020 ໄດ້ຄາດຄະເນວ່າຮອດປີ 2020 ກຸ່ມອາຍຸໃນເກນອອກແຮງງານແຕ່ 15-64 ປີຈະມີປະມານ 4,7 ລ້ານຄົນເທົ່າກັບ 64,5% ຂອງພົນລະເມືອງທັງໝົດ, ໃນນີ້ກໍາລັງແຮງງານຈະມີປະມານ 4,4 ລ້ານຄົນ, ຂະນະທີ່ຄວາມຕ້ອງການກໍາລັງແຮງງານໃນຂະແໜງກະສິກໍາ-ປ່າໄມ້ປະມານ 64%, ອຸດສະຫະກໍາ, ກໍ່ສ້າງ, ບໍ່ແຮ່ປະມານ 12% ແລະ ການບໍລິການປະມານ 24%. ສະນັ້ນເພື່ອຮອງຮັບການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມກໍຄືການສະໜອງແຮງງານທີ່ມີສີມື ແລະ ຄຸນນະພາບໃນຕໍ່ໜ້ານັ້ນຂະແໜງກ່ຽວຂ້ອງຈະໄດ້ສືບຕໍ່ປັບປຸງບັນດານິຕິກໍາຮັບໃຊ້ວຽກງານພັດທະນາສີມືແຮງງານໃຫ້ມີຄຸນນະພາບເຊັ່ນ: ສ້າງຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງສູນພັດທະນາສີມືແຮງານ, ດໍາລັດວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ, ລະບຽບການທົດສອບມາດຕະຖານສີມືແຮງງານ, ລະບຽບການແຂ່ງຂັນສີມືແຮງງານແຫ່ງຊາດ ແລະ ຈະປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ໃນການສ້າງວຸດທິວິຊາຊີບໃຫ້ສອດຄ່ອງກັບກອບລວມຂອງພາກພື້ນ ແລະ ສາກົນ, ນອກນີ້ຕ້ອງຈັດຕັ້ງການທົດສອບອອກໃບຢັ້ງຢືນມາດຕະຖານສີມືແຮງງານໃນສາຂາອາຊີບຕ່າງໆ ແລະ ຢັ້ງຢືນມາດຕະຖານສີມືແຮງງານໃຫ້ຜູ້ອອກແຮງງານຢ່າງກວ້າງຂວາງ, ພ້ອມກັນນີ້ຍັງໄດ້ເພີ່ມທະວີການຮ່ວມມືດ້ານການຈ້າງງານກັບຕ່າງປະເທດ ເປັນຕົ້ນ: ໄທ, ຍີປຸ່ນ, ສ.ເກົາຫລີ ແລະ ອື່ນໆ ເພື່ອສົ່ງແຮງງານໄປອອກແຮງງານ ແລະ ຮຽນຮູ້ເຕັກນິກວິຊາການທີ່ດີຈາກປະເທດຕ່າງໆມາໝູນໃຊ້ໃຫ້ເກີດປະໂຫຍດຢູ່ປະເທດເຮົາໃນອານາຄົດ. ສະນັ້ນເພື່ອຕອບສະໜອງຄວາມຕ້ອງການດ້ານກໍາລັງແຮງງານທີ່ມີສີມືເປັນກໍາລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມດັ່ງກ່າວ, ຈຶ່ງຮຽກຮ້ອງເຖິງບັນດາຊາວໜຸ່ມຫັນມາຮຽນວິຊາຊີບ ແລະ ມີຄວາມຕື່ນຕົວເຂົ້າຝຶກ ຫລື ພັດທະນາສີມືແຮງງານໃນສາຂາອາຊີບທີ່ຕະຫລາດແຮງງານມີຄວາມຕ້ອງການຫລາຍ ເປັນຕົ້ນ: ຊ່າງໄມ້, ເຊື່ອມ-ຈອດ, ສ້ອມແປງລົດຍົນ-ກົນຈັກ, ກໍ່ສ້າງ, ການບໍລິການຮ້ານອາຫານ-ໂຮງແຮມ, ທ່ອງທ່ຽວ ແລະ ອື່ນໆໃຫ້ຫລາຍຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...