ລັດຖະມົນຕີກະຊວງສາທາລະນະສຸກຂອງອິນເດຍລາອອກ ຫຼັງຈາກທີ່ແກ້ໄຂບັນຫາການລະບາດຂອງໂຄວິດ-19 ບໍ່ໄດ້

ໃນວັນທີ 07/07/2021 ທີ່ຜ່ານມາເວັບໄຊ້ Posttoday ໄດ້ລາຍງານວ່າທ່ານ Harsh Vardhan ລັດຖະມົນຕີກະຊວງສາທາລະນະສຸກຂອງອິນເດຍໄດ້ຂຽນໜັງສືລາອອກທ່າມກາງສຽງວິພາກວິຈານຂອງປະຊາຊົນກ່ຽວກັບການບໍລິຫານຈັດການການແຜ່ລະບາດຂອງໂຄວິດ-19 ທີ່ລົ້ມເຫຼວ. ການລາອອກຂອງ ທ່ານ Harsh Vardhan ເກີດຂື້ນກ່ອນທີ່ຈະມີການແຕ່ງຕັ້ງຄະນະລັດຖະມົນຕີໃໝ່, ນອກຈາກນັ້ນຍັງມີລັດຖະມົນຕີຢ່າງໜ້ອຍ 12 ຄົນກໍລາອອກເຊັ່ນດຽວກັນ. ເຫດຜົນເນື່ອງມາຈາກໃນຊ່ວງການແຜ່ລະບາດຄັ້ງທີ່ 2 ທີ່ຜ່ານມາສົ່ງຜົນເຮັດໃຫ້ມີປະຊາຊົນຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫຼາຍ ຕະຫຼອດຈົນຮອດໂຮງໝໍໄດ້ຂາດແຄນຕຽງເພື່ອຮອງຮັບຜູ້ຕິດເຊື້ອ ແລະ ຂາດອົກຊີແຊນໃນການປິ່ນປົວຜູ້ຕິດເຊື້ອ ສົ່ງຜົນເຮັດໃຫ້ໃຫ້ມີຜູ້ເສຍຊີວິດຫຼາຍກວ່າແສນຄົນຕໍ່ມື້.

ເຖິງແມ່ນວ່າໃນຂະນະນີ້ອິນເດຍຈະມີຜູ້ຕິດເຊື້ອທີ່ຫຼຸດລົງຈາກແສນຄົນຕໍ່ມື້ຈາກການແຜ່ລະບາດຄັ້ງທີ 2 ທີ່ຜ່ານມາ ແຕ່ກໍຍັງມີແນວໂນ້ມທີ່ຈະຕ້ອງປະເຊີນກັບການແຜ່ລະບາດຄັ້ງທີ 3, ແຕ່ໃນຂະນະດຽວກັນນີ້ອິນເດຍກໍໄດ້ມີການສັກວັກຊີນໃຫ້ກັບປະຊາຊົນໄປແລ້ວປະມານ 354 ລ້ານໂດສ ເຊິ່ງປະມານ 4.8% ຂອງຈໍານວນປະຊາກອນທັງໝົດ ໂດຍມີຜູ້ໄດ້ຮັບການສັກວັກຊີນຄົບສອງເຂັມແລ້ວປະມານ 65.5 ລ້ານຄົນ.