ລັດຖະບານ – ແຟນບານ ແຫ່ຕ້ອນຮັບນັກເຕະຢູ 23 ຫວຽດນາມ ກັບຜົນງານຮອງແຊັມ

ທັບນັກກິລາທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 23 ປີ ຮອງແຊັມບານເຕະຊາຍຊີງແຊັມອາຊີ 2018 ຢູ 23 ໄດ້ເດີນທາງເຖິງສະໜາມບິນ ນອຍໄບ ໃນນະຄອນຫຼວງຮາໂນ້ຍ ປະເທດຫວຽດນາມ ກ່ອນເດີນທາງໄປທໍານຽບລັດຖະບານ ໂດຍຕະຫຼອດຂ້າງທາງ 30 ກິໂລແມັດ ຕ່າງມີປະຊາຊົນ ຢືນໃຫ້ກໍາລັງໃຈ.

ເຊິ່ງບັນຍາກາດດໍາເນີນໄປຢ່າງເບີກບານມ່ວນຊື່ນ ນັບຕັ້ງແຕ່ການຮັບນັກເຕະຈາກສະໜາມບິນ ໂດຍແຟນບານ ແລະ ນັກເຕະຕ່າງກໍ່ຖືທຸງຊາດ ຫວຽດນາມ ແລະ ສົ່ງສຽງເຊຍຢ່າງສະໜັ່ນຫວັ່ນໄຫວ.