spot_img
Homeຂ່າວພາຍ​ໃນລັດຖະບານ ຈະສືບຕໍ່ຈັດສັນງົບປະມານເພື່ອແກ້ໄຂໄພພິບັດ ແລະ ສ້ອມແປງເສັ້ນທາງໃນຕໍ່ໜ້າ

ລັດຖະບານ ຈະສືບຕໍ່ຈັດສັນງົບປະມານເພື່ອແກ້ໄຂໄພພິບັດ ແລະ ສ້ອມແປງເສັ້ນທາງໃນຕໍ່ໜ້າ

Published on

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ (ຍທຂ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 6 ພະຈິກ ຜ່ານມາ, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ງາມປະສົງ ເມືອງມະນີ ຊີ້ແຈງວ່າ: ການຈັດສັນແຫຼ່ງງົບປະມານທີ່ຮັບໃຊ້ໃນການແກ້ໄຂໄພພິບັດ ຊຶ່ງໃນໄລຍະຜ່ານມາ ກະຊວງ ຍທຂ ໄດ້ໄດ້ປະຕິບັດ 3 ແຫຼ່ງງົບປະມານຄື:

1) ເງິນແຮລັດຖະບານໃນການແກ້ໄຂສຸກເສີນໄພພິບັດ ໂດຍໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນໂດຍສະເພາະໄດ້ປະເມີນການເປ່ເພຄວາມເສຍຫາຍຕ່າງໆ. ຫຼັງຈາກນັ້ນ, ໄດ້ນຳສະເໜີຄະນະກຳມະການຄຸ້ມຄອງໄພພິບັດລະດັບຊາດ ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນໃນການຈັດສັນເງິນແຮໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຜ່ານມາໄດ້ປະຕິບັດປີ 2019 ເປັນໄລຍະໂຄວິດ-19 ງົບປະມານງວດທຳອິດບໍ່ມີ ໃນການຈັດຕັ້ງປະຕິບັດວຽກງານແກ້ໄຂສຸກເສີນ;

2) ແຫຼ່ງງົບປະມານສະເພາະຂອງລັດຖະບານໃນການຟື້ນຟູຜົນກະທົບທີ່ເກີດຂຶ້ນຈາກໄພພິບັດ ຊຶ່ງແມ່ນກະຊວງແຜນການ ແລະ ການລົງທຶນ ສົມທົບກັບອົງການປົກຄອງທ້ອງຖິ່ນຈັດສັນລວມທັງໝົດປະມານ 100-200 ຕື້ກີບ ໃນແຕ່ລະປີ, ລວມທັງຖະໜົນຫົນທາງ;

3) ກອງທຶນທາງໂດຍນໍາໃຊ້ການຮັກສາເສັ້ນທາງແກ້ໄຂສຸກເສີນ, ແກ້ໄຂຟື້ນຟູ ອີງຕາມສະພາແຫ່ງຊາດຮັບຮອງໃນແຕ່ລະປີປະມານ 700 ຕື້/ປີ. ໃນນັ້ນ, ໄດ້ຈັດສັນທາງຫຼວງແຫ່ງຊາດປະມານ 6.500 ກິໂລແມັດ, ທາງຫຼວງເມືອງ, ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດໂດຍລວມການການຈັດສັນງົບປະມານກອງທຶນທາງຜ່ານມາແມ່ນຊັກຊ້າ ເນື່ອງຈາກປັດຈຸບັນກົນໄກກອງທຶນທາງ ປີ 2023 ຫາກໍໄດ້ຖືກຮັບຮອງ ຊຶ່ງສາມາດເບີກຈ່າຍຄາດຄະເນວ່າໃນທ້າຍເດືອນພະຈິກນີ້ຈົນໄປຮອດຕົ້ນປີ 2024 ຊຶ່ງເຮັດໃຫ້ໂຄງການສ້ອມແປງທາງເກົ່າຍັງຕິດຄັດກັບນິຕິກຳຕ້ອງເອົາໄປປະເມີນເປັນແຜນການລົງທຶນຂອງລັດຈຶ່ງເຮັດໃຫ້ໂຄງການມີລັກສະນະຊັກຊ້າ ຊຶ່ງເປັນບັນຫາທີ່ລັດຖະບານຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ.

ທ່ານ ງາມປະສົງ ເມືອງມະນີ ຍັງກ່າວວ່າ: ໃນປີ 2023 ໄດ້ຮັບຮອງຍອດຂອງກອງທຶນທາງເພດານໃນໄລຍະ 4-5 ປີຫຼັງມີ 700 ຕື້ກີບ/ປີ ເສັ້ນທາງໄດ້ເພີ່ມຂຶ້ນງົບປະມານການນຳໄປຈັດຕັ້ງປະຕິບັດບໍ່ພຽງພໍ, ມາປີ 2022-2023 ການເໜັງຕີງເງິນກີບອ່ອນຄ່າລົງ ຈຶ່ງເຮັດໃຫ້ບໍ່ສາມາດຕອບສະໜອງໃຫ້ແກ່ຜູ້ຮັບເໝົານັ້ນໄດ້. ສຳລັບການກຳນົດມູນຄ່າການສ້ອມແປງເຫັນວ່າຜ່ານມາມີມູນຄ່າສູງແຕ່ການກຳນົດມາດຕະຖານທາງດ້ານເຕັກນິກ, ໂຄງປະກອບລາຄາຍັງບໍ່ທັນແທດເໝາະກັບສະພາບເສດຖະກິດໃນແຕ່ລະໄລຍະ ເຮັດໃຫ້ນຳໃຊ້ເສັ້ນທາງບໍ່ດົນ, ເປ່ເພໄວ, ບວກກັບການຄຸ້ມຄອງກວດກາຊິງຊັ່ງນໍ້າໜັກການຂົນສົ່ງສິນຄ້າແຮ່ທາດບໍ່ທັນເຂັ້ມງວດ. ຕໍ່ບັນຫາດັ່ງກ່າວກະຊວງ ຍທຂ ໄດ້ມີມາດຕະການແກ້ໄຂ ກ່ຽວກັບມາດ ຕະຖານເຕັກນິກການອອກແບບເສັ້ນທາງນັ້ນ ກໍໄດ້ຖອດຖອນບົດຮຽນນຳສາກົນ. ພ້ອມນັ້ນ, ການຄວບຄຸ້ມນໍ້າໜັກສິນຄ້າຕ່າງໆປັດຈຸບັນມີຊິງຊັ່ງທັງໝົດ 39 ແຫ່ງ, ໃຊ້ໄດ້ 14 ແຫ່ງ. ໃນໄລຍະ 2-3 ເດືອນຜ່ານມາ ໄດ້ເຮັດວຽກກົນໄກໃນການຄຸ້ມຄອງແມ່ນໄປໃນທາງທີ່ດີຂຶ້ນໂດຍມີໜ່ວຍສະເພາະກິດ 4 ໜ່ວຍ, ຖ້າຈຸດໃດມີຄວາມສ່ຽງຈະໃຫ້ໜ່ວຍສະເພາະກິດໄປກວດ. ໃນນັ້ນ, ຈະໄດ້ຂະຫຍາຍອອກໄປ 20 ໜ່ວຍໃນຂອບເຂດທົ່ວປະເທດ ໂດຍຈະຫັນຊິງຊັ່ງນໍ້າໜັກເຂົ້າມາສູ່ສະພາບໃຊ້ງານໄດ້ປົກກະຕິໃຫ້ໄດ້ທັງໝົດ. ພ້ອມນັ້ນ, ການເປ່ເພຂອງເສັ້ນທາງ ຍ້ອນການຂົນສົ່ງແຮ່ທາດໃນໄລຍະຜ່ານມາ ບວກກັບການຄວບຄຸມນໍ້າໜັກບໍ່ໄດ້ດີຈຶ່ງເຮັດໃຫ້ເສັ້ນທາງມີການເປ່ເພຂອງເສັ້ນທາງຢ່າງຫຼວງຫຼາຍ ລັດຖະບານພ້ອມຈະຫາທາງແກ້ໄຂຕໍ່ວຽກງານດັ່ງກ່າວໃນຕໍ່ໜ້າ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...