spot_img
Homeຂ່າວພາຍ​ໃນລັດຖະບານ​ພວມ​ພິຈາລະນາ​ຫຼາຍ​ໂຄງການ​ບໍ່​ແຮ່​ ເພື່ອ​ '' ສັ່ງ​ຢຸດ! ''

ລັດຖະບານ​ພວມ​ພິຈາລະນາ​ຫຼາຍ​ໂຄງການ​ບໍ່​ແຮ່​ ເພື່ອ​ ” ສັ່ງ​ຢຸດ! ”

Published on

 

0920940001317515556
(ພາບປະກອບ)

 

ຕາມ​ການ​ໃຫ້​ຮູ້​ຂອງ ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ໜູ​ລິນ ສິນ​ບັນດິດ

ເມື່ອບໍ່​ດົນ​ມານີ້ວ່າ: ປັດຈຸບັນ, ລັດຖະບານ​ພວມ​ພິຈາລະນາ​ເຖິງ​ຄວາມ​ອາດ​ສາມາດ​ຂອງ​ຜູ້​ປະກອບ​ການ​ຫລາຍ​ກວ່າ 10 ໂຄງ

ການທີ່​ດຳ​ເນີນ​ກິດຈະການ​ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ແຮ່​ທາດ​ຢູ່​ຫລາວ​ທີ່​ບໍ່​ມີ​ຄວາມ​ຄືບ​ໜ້າ ແລະ ບໍ່​ມີ​ປະສິດທິພາບ ອັນ​ມີ​ສາ​ເຫດ

​ມາ​ຈາກ​ເຈົ້າຂອງ​ໂຄງການ​ບໍ່​ປະຕິບັດ​ຕາມ​ຂັ້ນຕອນ​ການ​ຊອກ​ຄົ້ນສຳ​ຫລວດ​ ກໍ​ຄື​ລະບຽບ​ກົດໝາຍ​ຕ່າງໆ​ກຳນົດ​ໄວ້, ມີ​ຄວາມ​

ຫຍຸ້ງຍາກ​ດ້ານ​ການ​ເງິນ, ບໍ່​ມີ​ບຸກຄະລາ​ກອນ ​ແລະ ກົນ​ຈັກ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ ​ໂດຍ​ບັນດາ​ໂຄງການ​ທີ່​ຈະ​ຖືກ​ສັ່ງ​

ຢຸດ​ນີ້​ແມ່ນ​ເຄີຍ​ຖືກ​ຕັກ​ເຕືອນ​ມາ​ແລ້ວ ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລັດ ​ໂດຍ​ສະ​ເພາະ​ຄະນະ​ກຳມະການ​ສະ​ເພາະ​ກິດ ​ເພື່ອ​ກວດ

ກາ​ບັນດາ​ໂຄງການ​ລົງທຶນ​ຢູ່​ລາວ ​ເຊິ່ງປະກອບ​ມີ​ຕາງໜ້າ​ຈາກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ຊັບພະຍາກອນ​ທຳ​ມະ

ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ກະສິກຳ ແລະ ປ່າ​ໄມ້ ​ແລະ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ເຊິ່ງຄະນະ​ກຳມະການ​ດັ່ງກ່າວ

​ແມ່ນ​ເຮັດ​ໜ້າ​ທີ່​ເປັນ​ເສນາ​ໃຫ້​ລັດຖະບານ ເພື່ອ​ກວດກາ​ຄືນ​ບັນດາ​ໂຄງການ​ລົງທຶນ​ຢູ່​ລາວ ​ເພື່ອ​ປະ​ເມີນ​ຜົນ​ດ້ານ​ຕ່າງໆ ​ແລ້ວລາຍ​ງານ

​ໃຫ້​ລັດຖະບານ​ຮັບ​ຊາບ ​ແລະ ພິຈາລະນາ​ເຖິງ​ຄວາມ​ອາດ​ສາມາດ​ຂອງ​ບັນດາ​ໂຄງການ​ລົງທຶນ​ຕ່າງໆ​ວ່າ​ຈະ​ໃຫ້​ເຄື່ອນ​ໄຫວ​ຕໍ່ ຫລື

​ໃຫ້​ຢຸດ​ເຊົາ.

 

ທີ່ມາ: http://laophatthananews.blogspot.com/2014/07/blog-post_3400.html

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...