spot_img
Homeຂ່າວທ້ອງຖິ່ນລັດຖະບານຮັບຮອງເອົາ 16 ບັນຫາສຳຄັນໃນການຮັບມືກັບພະຍາດໂຄວິດ–19

ລັດຖະບານຮັບຮອງເອົາ 16 ບັນຫາສຳຄັນໃນການຮັບມືກັບພະຍາດໂຄວິດ–19

Published on

ໜັງສືພິມເສດຖະກິດ-ການຄ້າລາຍງານໃຫ້ຮູ້ວ່າ ລັດຖະບານໄດ້ຈັດກອງປະຊຸມສະໄໝສາມັນ ປະຈໍາເດືອນມີນາ 2020 ຂຶ້ນໃນວັນທີ 18 – 19 ມີນາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຕົກລົງ ແລະ ຮັບຮອງບັນຫາສໍາຄັນຕ່າງໆ ລັດຖະບານເຫັນດີຮັບຮອງເອົາ 16 ບັນຫາສຳຄັນ ໃນການຮັບມືກັບພະຍາດໂຄວິດ–19 ທີ່ກຳລັງລະບາດຢູ່ຫຼາຍປະເທດມີດັ່ງນີ້:

1. ໃຫ້ຄະນະສະເພາະກິດ ຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດທີ່ມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະນັ້ນປັບປຸງການຈັດຕັ້ງຄະນະສະເພາະກິດ ໂດຍເພີ່ມຕົວແທນຂອງຂະແໜງການທີ່ເຮັດວຽກຕົວຈິງເຂົ້າຕື່ມ ແລະ ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ.

2. ເຫັນດີໃຫ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍມອບໃຫ້ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ໃຫ້ປະກອບຄະນະຈາກຂະແໜງການທີ່ກ່ຽວຂ້ອງ.

3. ໃຫ້ກະຊວງສຶກສາທິການ ແລະ ກີລາ ອອກຂໍ້ແນະນຳລະອຽດກ່ຽວກັບການປິດສະຖານສຶກສາຕ່າງໆ ໂດຍໃຫ້ມີມາດຕະການຄຸ້ມຄອງຢ່າງລະອຽດຈະແຈ້ງ, ຈະຈັດການຮຽນ – ການສອນແນວໃດ ສຳລັບໂຮງຮຽນທີ່ມີເງື່ອນໄຂໃນການຮຽນທາງໄກ ຫຼື ກະກຽມການສອນທົດແທນໃນເວລາພັກແລ້ງ. ໃຫ້ປຶກສາຫາລືກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານນຳໃຊ້ການສອນທາງໄກດ້ວຍລະບົບອອນລາຍ, ໃຫ້ຄົ້ນຄວ້າຫຼຸດຄ່າອິນເຕີເນັດ ເພື່ອປະກອບສ່ວນຊ່ວຍການສຶກສາທາງໄກໃນໄລຍະນີ້.

4. ໃຫ້ແຕ່ລະກະຊວງ, ອົງການ ອະນຸຍາດໃຫ້ລັດຖະກອນທີ່ມີລູກຮຽນຢູ່ໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານຜັດປ່ຽນກັນພັກເບິ່ງແຍງລູກຫຼານຢູ່ເຮືອນ, ບໍ່ໃຫ້ເອົາລູກໄປຫ້ອງການ.

5. ໃຫ້ກະຊວງສາທາລະນະສຸກ ກະກຽມຄວາມພ້ອມທາງດ້ານບຸກຄະລາກອນ, ອຸປະກອນການແພດ ແລະ ສະຖານທີ່ ເພື່ອຮອງຮັບໃນກໍລະນີມີການລະບາດຂອງພະຍາດໂຄວິດ – 19 ຢູ່ ສປປ ລາວ. ໃນນີ້, ໃຫ້ຄັດເລືອກເອົານັກສຶກສາແພດສາດ ເຂົ້າຮ່ວມໃນທີມງານປະຈຳຢູ່ຈຸດຕ່າງໆ.

6. ກະຊວງກະສິກຳ ແລະ ປ່າໄມ້ ເພີ່ມທະວີການຊີ້ນຳຢ່າງຕິດແທດ ຕໍ່ການຊຸກຍູ້ການຜະລິດກະສິກຳທີ່ເປັນສິນຄ້າ ເຊິ່ງມີຕະຫຼາດຮັບຮອງແລ້ວ ແລະ ການຜະລິດ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ; ສຶກສາອົບຮົມ ແລະ ປຸກລະດົມຂະບວນການຜະລິດຕາມຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ຂອງປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ.

7. ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນຈັດຕັ້ງປະຕິບັດລາຄາໄຟຟ້າໃໝ່ທີ່ລັດຖະບານໄດ້ຕົກລົງແລ້ວ; ຊຸກຍູ້ໃຫ້ຜູ້ລົງທຶນທີ່ຄ້າງຊຳລະຄ່າສຳປະທານໂຄງການຕ່າງໆໄປປະຕິບັດພັນທະດັ່ງກ່າວໃຫ້ກະຊວງການເງິນຢ່າງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ; ກຽມພ້ອມສະໜອງໄຟຟ້າໃຫ້ມີສະຖຽນລະພາບປົກກະຕິ.

8. ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມງວດ ສະຖານບັນເທີງ, ຮ້ານຄາຣາໂອເກະ, ຮ້ານນວດຕ່າງໆໃຫ້ປິດຕາມທີ່ລັດຖະບານໄດ້ຕົກລົງຊີ້ນຳໄປນັ້ນ. ພ້ອມກັນນີ້, ໃຫ້ຮີບຮ້ອນສົມທົບກັບຜູ້ປະກອບການຖືໂອກາດນີ້ປັບປຸງ ແລະ ກະກຽມສະຖານທີ່ທ່ອງທ່ຽວໄວ້ຮອງຮັບ ພາຍຫຼັງພະຍາດລະບາດສາມາດຄວບຄຸມໄດ້ໃນທົ່ວໂລກ, ເອົາໃຈໃສ່ຊີ້ນຳ ແລະ ຄຸ້ມຄອງການຖະແຫຼງຂ່າວ, ອອກຂ່າວ ກ່ຽວກັບການປະຕິບັດມາດຕະການຕ່າງໆທີ່ລັດຖະບານວາງອອກໃຫ້ຖືກຕ້ອງ, ທັນການ, ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງໃຫ້ທັນເວລາ.

9. ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຄຸ້ມຄອງດ່ານ ຕາມມາດຕະການທີ່ລັດຖະບານໄດ້ວາງອອກ.

10. ກະຊວງປ້ອງກັນຄວາມສະຫງົບໃຫ້ເພີ່ມທະວີການປະຕິບັດບົດບາດໜ້າທີ່ຂອງຕົນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທົ່ວສັງຄົມ; ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕິດຕາມກວດກາ ແລະ ແກ້ໄຂການລະເມີດຕໍ່ມາດຕະການຕ່າງໆທີ່ລັດຖະບານວາງອອກຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການ.

11. ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບພາກສ່ວນກ່ຽວຂ້ອງປຶກສາຫາລື ແກ້ໄຂບັນຫາຕ່າງໆ ກ່ຽວກັບການຂົນສົ່ງສິນຄ້າເຂົ້າ – ອອກຜ່ານດ່ານສາກົນໃຫ້ທັນເວລາ, ຮັບປະກັນການສະໜອງສິນຄ້າທີ່ຈຳເປັນຕ່າງໆໃຫ້ແກ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ; ແກ້ໄຂການສວາຍໂອກາດກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າ ແລະ ການລະເມີດອື່ນໆ ທາງດ້ານການຄ້າໃຫ້ເຂັ້ມງວດ, ທັນເວລາ.

12. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສັນແຮງງານໃຫ້ແກ່ໂຄງການຕ່າງໆທີ່ຍັງມີຄວາມຕ້ອງການ; ຄຸ້ມຄອງແຮງງານທີ່ມາຈາກຕ່າງປະເທດໃຫ້ເຂັ້ມງວດ ຕາມມາດຕະການຕ່າງໆທີ່ລັດຖະບານໄດ້ວາງອອກ.

13. ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງຄຸ້ມຄອງການກໍ່ສ້າງທາງລົດໄຟ ແລະ ທາງດ່ວນຕາມແຜນທີ່ໄດ້ກຳນົດໄວ້; ຄຸ້ມຄອງການບິນໃຫ້ໄປຕາມລະບຽບການທີ່ລັດຖະບານໄດ້ວາງອອກ.

14. ໃຫ້ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຂອງລັດຖະບານ ກ່ຽວກັບການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີຊົ່ວຄາວຢ່າງເຂັ້ມງວດ, ຄຸ້ມຄອງການສະຫຼອງປີໃໝ່ໃຫ້ຖືກຕ້ອງຕາມແຈ້ງການ ສະບັບເລກທີ 397/ຫສນຍ ລົງວັນທີ 19 ມີນາ 2020. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ຊຸກຍູ້ຊີ້ນຳການຜະລິດສິນຄ້າ, ການຜະລິດສະບຽງອາຫານຢູ່ໃນທ້ອງຖິ່ນຂອງຕົນ ຮັບປະກັນບໍ່ໃຫ້ມີຜົນກະທົບທີ່ບໍ່ດີຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ.

15. ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ແລະ ອົງການຈັດຕັ້ງທາງສັງຄົມ ຕ້ອງເປັນເຈົ້າການເຂົ້າຮ່ວມຂະບວນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ – 19. ພ້ອມທັງປຸກລະດົມ ແລະ ຊຸກຍູ້ປະຊາຊົນບັນດາເຜົ່າ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ ເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວ, ທັງຊຸກຍູ້ການຜະລິດປົວແປງຊີວິດການເປັນຢູ່ຂອງປະຊາຊົນ.

16. ທຸກໆກະຊວງ – ອົງການ ແລະ ທ້ອງຖິ່ນ ຕ້ອງຕັ້ງໜ້າເປັນເຈົ້າການຈັດຕັ້ງປະຕິບັດບົດບາດ, ໜ້າທີ່ຂອງຕົນ ແລະ ປະກອບສ່ວນຢ່າງຫ້າວຫັນເຂົ້າໃນຂະບວນການປ້ອງກັນ, ສະກັດກັ້ນພະຍາດໂຄວິດ – 19 ໃຫ້ໄດ້ຮັບຜົນຕາມມາດຕະການຕ່າງໆທີ່ລັດຖະບານໄດ້ວາງອອກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...