spot_img
Homeຂ່າວພາຍ​ໃນລັດຖະບານລາວ ໄວ້ວາງໃຈໃຫ້ ສິດທິ ໂລຈິສຕິກ ລາວ ເປັນຜູ້ພັດທະນາທ່າບົກທ່ານາແລ້ງ-ເຂດໂລໂລຈິສຕິກ

ລັດຖະບານລາວ ໄວ້ວາງໃຈໃຫ້ ສິດທິ ໂລຈິສຕິກ ລາວ ເປັນຜູ້ພັດທະນາທ່າບົກທ່ານາແລ້ງ-ເຂດໂລໂລຈິສຕິກ

Published on

ລັດຖະບານລາວໄດ້ໃວ້ວາງໃຈ ໃຫ້ ບໍລິສັດ ສິດທິ ໂລຈິສຕິກ ລາວ ຈໍາກັດ ທີ່ເປັນບໍລິສັດໃນເຄືອຂອງບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ເປັນຜູ້ພັດທະນາໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດ 100 ກວ່າເຮັກຕາ ດ້ວຍມູນຄ່າການລົງທຶນຫຼາຍສິບລ້ານໂດລາສະລັດ.

ໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ຈະເລີ່ມລົງມືຈັດຕັ້ງປະຕິບັດນັບແຕ່ມື້ນີ້ເປັນຕົ້ນໄປ ແລະ ຈະໃຫ້ສໍາເລັດໃນທ້າຍປີ 2022 ເພື່ອຮອງຮັບການຂົນ ສົ່ງລົດໄຟລາວ-ຈີນ ດ້ານປະທານບໍລິສັດເປີດເຜີຍ ໂຄງການດັ່ງກ່າວຈະເປັນການຮອງຮັບຂົນສົ່ງສິນຄ້າທຸກປະເພດທີ່ເຂົ້າມາລາວ ທັງເປັນການສົ່ງສິນຄ້າຈາກລາວໄປຍັງບັນດາປະເທດຕ່າງໆໃນໂລກ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ສິິດທິໂລຈິສຕິກ ລາວ ຈໍາກັດ ກ່າວວ່າ: ໂຄງການລົງທຶນ ພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ແມ່ນໜື່ງໃນໂຄງ ການບູລິມະສິດ ຂອງຍຸດທະສາດພັດທະນາ ໂລຈິດສຕິກແຫ່ງ ຊາດປີ 2016-2020 ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປະເທດລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນ ແລະ ສາກົນ ເຊິ່ງເປັນປະເທດບໍ່ມີຊາຍແດນຕິດຈອດກັບທະເລ. ດັ່ງນັ້ນ ການສ້າງຕັ້ງທ່າບົກຈະເປັນກຸນແຈສໍາຄັນໃນການເຊື່ອມຈອດ ແລະ ເຊື່ອມໂຍງບັນດາເສັ້ນທາງການຂົນສົ່ງຄື:

1) ເສັ້ນທາງຕາເວັນຕົກສາມາດເຊື່ອມຕໍ່ການຂົນສົ່ງທາງທະເລ ຜ່ານທ່າ ເຮືອແຫຼມສະບັງ (Kerry Siam Seaport) ໂດຍທີ່ທ່າບົກທ່ານາແລ້ງຈະເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຫຼາຍຮູບແບບ ທາງທະເລທາງບົກ ແລະ ທາງອາກາດ ໄປຍັງບັນດາປະເທດຕາເວັນຕົກ.

2) ເສັ້ນທາງຕາເວັນອອກສາມາດເຊື່ອມຕໍ່ການຂົນສົ່ງທາງທະເລ ຜ່ານທ່າເຮືອສາກົນລາວຫວຽດ (Lao-Viet International Port) ເຊິ່ງເປັນໂຄງການຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດ ນາມ ໂດຍທີ່ທ່າບົກທ່ານາແລ້ງຈະເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຫຼາຍຮູບແບບ ທາງທະເລ ແລະ ທາງບົກໄປຍັງບັນດາປະເທດຕາເວັນອອກ.

3) ເສັ້ນທາງສາຍເໜືອສາມາດເຊື່ອມຕໍ່ການຂົນສົ່ງ ທາງລົດໄຟ ລາວ-ຈີນ ເຖີງຄຸນໝິງຜ່ານນະຄອນ ສົງຊິ້ງໄປຍັງທະວີບ ເອີຣົບ ໂດຍຜ່ານການໃຫ້ບໍລິການຂົນສົ່ງສີນຄ້າທາງລົດໄຟ ຢູຊີນອູ (YUXINOU) ຂອງບໍລິສັດ YPL ທີ່ມີສັນຍາຮ່ວມມືກັບ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈຳກັດ ແລະ ສາມາດໃຊ້ເວລາການຂົນສົ່ງ 17 ວັນ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໄດ້ຈັດຂື້ນໃນວັນທີ 10 ເມສາ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍ ກະຊວງແຜນການ ການລົງທຶນ ໂດຍແມ່ນທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈໍາກັດ ໂດຍການເປັນກຽດເປັນປະທານຂອງພະນະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ. ປະທານຄະນະກຳມະການລົງທຶນແຫ່ງຊາດ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມພາກສ່ວນກ່ຽວຂ້ອງ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...