spot_img
Homeຂ່າວພາຍ​ໃນລັດຖະບານຊີ້ແຈງຕື່ມກ່ຽວກັບຜະລິດຕະພັນໄມ້ທີ່ອະນຸຍາດສົ່ງອອກ ແລະ ຫ້າມສົ່ງອອກ

ລັດຖະບານຊີ້ແຈງຕື່ມກ່ຽວກັບຜະລິດຕະພັນໄມ້ທີ່ອະນຸຍາດສົ່ງອອກ ແລະ ຫ້າມສົ່ງອອກ

Published on

ໃນວັນທີ 11 ຕຸລານີ້, ທ່ານລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ຈະເລີນ ເຢຍປາວເຮີ, ໄດ້ອອກມາຊີ້ແຈງຕື່ມກ່ຽວກັບກໍລະນີຜະລິດຕະພັນໄມ້ທີ່ລັດຖະບານອະນຸຍາດໃຫ້ສົ່ງອອກ ແລະ ຫ້າມສົ່ງອອກຕໍ່ສື່ມວນຊົນ, ພາຍຫລັງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການກຳນົດ ຢ່າງລະອຽດຈະແຈ້ງກ່ຽວກັບມາດຕະຖານ, ລະດັບຂະໜາດ ແລະ ຮູບແບບຂອງຜະລິດຕະພັນໄມ້ແຕ່ລະປະເພດທີ່ອະນຸຍາດໃຫ້ສົ່ງອອກ ແລະ ຫ້າມສົ່ງອອກຕາມການແນະນຳຂອງທ່ານນາຍົກລັດຖະມົນຕີ.

ໂຄສົກລັດຖະບານ ກ່າວວ່າ: ຜະລິດຕະພັນໄມ້ທີ່ລັດຖະບານອະນຸຍາດໃຫ້ສົ່ງອອກໄດ້ມີ 12 ປະເພດຄື: ຜະລິດຕະ ພັນຂີ້ເລື່ອຍອັດແທ່ງ-ອັດເມັດ, ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້, ໄມ້ປະກອບໃນອາຄານ, ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້, ເຄື່ອງເຟີນີເຈີເຮັດດ້ວຍໄມ້, ຜະລິດຕະພັນໄມ້ປ່ອງ-ຫວາຍ, ໄມ້ຄ້ຳແບບ, ໄມ້ຂ້າວ, ໄມ້ຮົ້ວ (ໄມ້ກົມ) ແລະ ໄມ້ເລື່ອຍເປັນແຜ່ນ (ໄມ້ປູກ), ຜະລິດຕະພັນເຫຍື່ອໄມ້ ແລະ ໄມ້ເກດສະໜາບົດເປັນຝຸ່ນ-ເສດໄມ້ນ້ອຍໆ. ສ່ວນຜະ ລິດຕະພັນໄມ້ທີ່ຫ້າມສົ່ງອອກໄດ້ແກ່ໄມ້ທຸກປະເພດ, ທຸກຊະນິດ, ທຸກຮູບແບບ ແລະ ທຸກຂະໜາດທີ່ບໍ່ໄດ້ລະບຸໃນລາຍການປະເພດໄມ້ທີ່ສົ່ງອອກໄດ້ ຕົວຢ່າງ: ໄມ້ເສົາໂຊ, ໄມ້ເສົາ ແລະ ຄານອັດປະສານ, ຜະລິດຕະພັນໄມ້ໂຕະ ແລະ ຕັ່ງທີ່ເປັນໜ້າໄມ້ທຳມະຊາດ ແຜນດຽວທີ່ມີຂະໜາດໃຫຍ່, ຜະລິດຕະພັນທີ່ມີຂະໜາດໃຫຍ່ (ໜາ 5 ຊັງຕີແມັດ, ກວ້າງ 30 ຊັງຕີແມັດ ແລະ ຍາວ 50 ຊັງຕີແມັດ) ຂຶ້ນໄປ, ໄມ້ປູກທີ່ມີລຳຕົ້ນຂະໜາດໃຫຍ່ກວ່າ 12 ຊັງຕີແມັດຂຶ້ນໄປ, ຖ່ານດຳທຸກຊະນິດ, ໄມ້ປູພື້ນສຳລັບພາຍນອກ, ໄມ້ບົວ, ໄມ້ປະກອບຖັງລົດ, ໂລງສົບ, ລູກຕິ່ງ, ຮາວພະນັກ ແລະ ພະນັກອັດປະສານດັ່ງນີ້ເປັນຕົ້ນ ສະນັ້ນ ເມື່ອມີການກຳນົດໄວ້ຢ່າງລະອຽດ ດັ່ງນັ້ນແລ້ວກໍຂໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕ່າງໆ, ຜູ້ປະກອບການ, ນັກທຸລະກິດ ແລະ ປະຊາຊົນບັນດາ ເຜົ່າພ້ອມກັນປະຕິບັດໃຫ້ຖືກຕ້ອງເຂັ້ມງວດ ແລະ ມີຜົນສັກສິດ.

ຂ່າວຈາກ: ໜັງສືພິມ ລາວພັດທະນາ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...