ລັດຖະບານຈີນ ມອບອາຄານສຳນັກງານ ສູນກາງພັກປະຊາຊົນປະຕິວັດລາວ ຫລັງກໍ່ສ້າງສຳເລັດ!

ລັດຖະບານ ​ສປ ຈີນ ໄດ້​ໃຫ້ການ​ຊ່ວຍເຫຼືອ​ລ້າ​ ໂຄງການ​ກໍ່ສ້າງ​ອາຄານ​ສຳນັກງານ​ສູນ​ກາງ ພັກ​ປະຊາຊົນ ປະຕິວັດ​ລາວ (ທີ່ຕັ້ງ​ຢູ່​ບໍລິເວນ​ຫຼັກ 6) ນະຄອນຫຼວງ​ວຽງ​ຈັນ ໃນ​ມູນ​ຄ່າ 295.590.000 ຢວນ (ສະກຸນເງິນ​ຈີນ) ເພື່ອ​ເປັນ​ການ​ຮັດ​ແໜ້ນສາຍ​ພົວພັນ​ຮ່ວມ​ມື ລະຫວ່າງສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາວ ລາວ-ຈີນ ໃຫ້​ນັບ​ມື້ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ພິທີ​ມອບ-ຮັບ​ໂຄງການ​ກໍ່ສ້າງອາຄານ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 21 ມີນາ 2016 ພາຍຫຼັງ​ສຳເລັດການ​ກໍ່ສ້າງ ໃຫ້​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ພັນ​ຄຳ ວິພາ​ວັນ ກຳມະ​ການ​ກົມ​ການເມືອງ​ສູນ​ກາງພັກ ຜູ້​ປະຈຳການ ຄະນະ​ເລຂາທິ​ການ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ທ່ານ ຈ່າງ ຊຽງ ເສິນ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຄ້າ ​ສປ ຈີນ ພ້ອມດ້ວຍ​ຜູ້ຕາງໜ້າ​ຈາກ​ສູນ​ກາງ​ພັກ ແລະ ພາກສ່ວນ​ກ່ຽວຂ້ອງ​ສອງຝ່າຍ.

ໂຄງການ​ກໍ່ສ້າງ​ອາຄານ​ດັ່ງກ່າວ ໄດ້​ເລີ່ມ​ມາ​ແຕ່​ເດືອນ​ພະຈິກ 2014 ເປັນຕົ້ນ​ມາ ເຊິ່ງ​ສຳນັກງານ​ສູນ​ກາງ​ພັກ​ຫຼັງ​ໃໝ່​ນີ້ ກວມເອົາ​ເນື້ອທີ່​ທັງ​ໝົດ 38.300 ຕາແມັດ ເປັນ​ອາຄານ​ຊົງ​ລາວ​ປະຍຸກ 3 ຊັ້ນ ມີ​ເນື້ອທີ່ 22.000 ຕາ​ແມັດ ປະກອບ​ດ້ວຍ​ຫ້ອງ​ປະຊຸມ​ຂະໜາດ​ຕ່າງໆ ຫ້ອງ​ເຮັດວຽກ ແລະ ອຸປະກອນ​ຮັບ​ໃຊ້​ຄົບຊຸດ ເປັນ​ອາຄານ​ທີ່​ມີ​ຄວາມ​ທັນສະໄໝ ໄດ້​ມາດຕະຖານ ແລະ ມີຄວາມ​ສວຍ​ງາມ ພ້ອມ​ທັງ​ຈະສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການເຮັດ​ວຽກ​ຕື່ມ​ອີກ.

 

ແຫລ່ງຂ່າວ:

ວຈໝ