spot_img
Homeຂ່າວພາຍ​ໃນລັດຖະບານກຽມຮັບມືກໍລະນີໂຮງໝໍ ແລະ ສູນຈຳກັດບໍລິເວນບໍ່ພຽງພໍກັບຈຳນວນຜູ້ຕິດເຊື້ອ

ລັດຖະບານກຽມຮັບມືກໍລະນີໂຮງໝໍ ແລະ ສູນຈຳກັດບໍລິເວນບໍ່ພຽງພໍກັບຈຳນວນຜູ້ຕິດເຊື້ອ

Published on

ລັດຖະບານໄດ້ວາງມາດຕະການກຽມພ້ອມຮັບມືກໍລະນີໂຮງໝໍປິ່ນປົວ ຫຼື ສູນຈຳກັດບໍລິເວນບໍ່ພຽງພໍກັບຈຳນວນຜູ້ຕິດເຊື້ອໃໝ່ ຫຼື ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ທັງຮຽກຮ້ອງໃຫ້ປະຊາຊົນຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການຮັບມືກັບພະຍາດດັ່ງກ່າວໃຫ້ຫຼາຍຂຶ້ນ.

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວໃນໂອກາດພົບປະສື່ມວນຊົນທົ່ວປະເທດຜ່ານລະບົບທາງໄກ ໃນວັນທີ 6 ຕຸລາ 2021 ວ່າ: ຖ້າຫາກສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ສູນຈໍາກັດບໍລິເວນບໍ່ສາມາດຮອງຮັບຈຳນວນຜູ້ຕິດເຊື້ອໃໝ່ກໍຄືຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ, ລັດຖະບານ ຕ້ອງສົມທົບກັນໃນສອງດ້ານ ຄື: ພະຍາຍາມສະກັດກັ້ນບໍ່ໃຫ້ພະຍາດລະບາດຮ້າຍແຮງໄປກວ່ານີ້, ເຊິ່ງເຊື່ອວ່າຖ້າປະຊາຊົນ ແລະເຈົ້າໜ້າທີ່ທຸກພາກສ່ວນມີສ່ວນຮ່ວມ, ພ້ອມທັງມີການປິດລ້ອມວົງຈອນທີ່ເປັນສະຖານທີ່ຂອງການແຜ່ລະບາດ ທັງຢູ່ໃນໂຮງງານ ແລະບັນດາບ້ານທີ່ມີການລະບາດ. ສຳລັບທ້ອງຖິ່ນໃດທີ່ມີການລະບາດບໍ່ຮຸນແຮງ ຕ້ອງສຸມມາຊ່ວຍທ້ອງຖິ່ນທີ່ເປັນໜັກ, ທັງບຸກຄະລາກອນ, ອຸປະກອນການແພດ, ແລະຕຽງນອນຄົນເຈັບ. ນອກຈາກນີ້, ຕ້ອງໄດ້ຊຸກຍູ້ການສັກວັກຊິນຢ່າງເປັນລະບົບ ເພາະຈະເຮັດໃຫ້ອາການຕິດເຊື້ອບໍ່ເຖິງຂັ້ນຮຸນແຮງ, ບໍ່ເຈັບແຮງ ແລະການເສຍຊີວິດຈະໜ້ອຍທີ່ສຸດ.

ນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້, ລັດຖະບານຈະລະດົມໃຫ້ປະຊາຊົນສ້າງບ່ອນຈໍາກັດດ້ວຍຕົນເອງຕື່ມຖ້າມີຄວາມຈໍາເປັນ, ຄອບຄົວໃດມີສວນ, ມີໄຮ່-ນາ ເມື່ອສະມະຊິກໃນຄອບຄົວຕົນເອງຕິດເຊື້ອ ກໍ່ໄປກັກກັນຕົວຢູ່ຖຽງໄຮ່-ຖຽງນາ ຫຼື ຢູ່ສວນຂອງຕົນ ແຕ່ຕ້ອງຂຶ້ນທະບຽນຢ່າງເປັນລະບົບກັບເຈົ້າໜ້າທີ່ທາງການແພດ ແລະເຈົ້າໜ້າທີ່ຕຳຫຼວດ ເພື່ອຕິດຕາມກວດກາ, ການໃຫ້ຢາ, ສ່ວນຄອບຄົວກ່ຽວຂ້ອງຮັບຜິດຊອບອາຫານການກິນຢູ່ ເຊິ່ງສິ່ງນີ້ແມ່ນການມີສ່ວນຮ່ວມຂອງປະຊາຊົນໂດຍກົງ ແລະ ເປັນວິທີທີ່ຫຼາຍປະເທດປະຕິບັດໄດ້ຜົນມາແລ້ວ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...