spot_img
Homeຂ່າວຕ່າງປະເທດລັດຖະບານກູເວດ ປະກາດປົດລັດຖະກອນແພດ 3 ພັນຄົນອອກຈາກວຽກ ເພື່ອຫລຸດຜ່ອນລາຍຈ່າຍພາກລັດ!

ລັດຖະບານກູເວດ ປະກາດປົດລັດຖະກອນແພດ 3 ພັນຄົນອອກຈາກວຽກ ເພື່ອຫລຸດຜ່ອນລາຍຈ່າຍພາກລັດ!

Published on

558000006311101

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພຶດສະພານີ້ວ່າ ກະຊວງສາທາລະນະສຸກກູເວດ ປະກາດປົດລັດຖະກອນແພດ ແລະ ພະນັກງານສັນຍາຈ້າງ ໃນຂະແໜງສາທາລະນະສຸກຂອງລັດ ງວດດຽວ 3,000 ຄົນ ໂດຍໃຫ້ພະນັກງານທີ່ຖືກປົດ ບໍ່ຕ້ອງມາເຮັດວຽກອີກ ຫລັງຈາກວັນທີ 31 ພຶດສະພານີ້.

ແຫລ່ງຂ່າວໄດ້ອ້າງລາຍງານຈາກ ໜັງສືພິມລາຍວັນ ອັນ-ອັນບາ ຂອງກູເວດທີ່ໄດ້ກ່າວເຖິງວ່າ ແຜນການປົດລັດຖະກອນແພດ ແລະ ພະນັກງານສັນຍາຈ້າງເຖິງ 3,000 ຄົນ ໃນງວດດຽວເທື່ອນີ້ ແມ່ນເປັນສ່ວນໜຶ່ງຂອງແຜນການປັບຄວາມສົມດູນ ດ້ານງົບປະມານຂອງລັດຖະບານກູເວດເອງ ເຊິ່ງກ່ອນໜ້ານີ້ຂໍ້ມູນທາງດ້ານເສດຖະກິດພົບວ່າ ດິນແດນເສດຖີນ້ຳມັນຢ່າງປະເທດກູເວດ ແມ່ນໄດ້ປະເຊີນກັບສະພາວະເສດຖະກິດຖອດຖອຍ ເປັນຄັ້ງທຳອິດໃນຮອບ 20 ປີ ໂດຍຖ້າຫາກບໍ່ມີການຕັດລາຍຈ່າຍພາກລັດອອອກ ແລະ ສະພາບລາຄານ້ຳມັນໂລກຍັງຫລຸດລົງຕໍ່ເນື່ອງ ກໍອາດຈະສົ່ງຜົນກະທົບໃຫຍ່ຫລວງ ຕໍ່ຖານະການເງິນຂອງລັດຖະບານ ທີ່ມີລາຍຮັບກ່ວາ 90% ມາຈາກການຂາຍນ້ຳມັນ.

ທັງນີ້ ຜູ້ທີ່ຈະໄດ້ຮັບຜົນກະທົບຫລາຍທີ່ສຸດ ສຳລັບແຜນການປົດພະນັກງານຂອງລັດໃນກະຊວງສາທາລະນະສຸກເທື່ອນີ້ ສ່ວນໃຫຍ່ແມ່ນລັດຖະກອນລະດັບລຸ່ມ ທີ່ມີຖານເງິນເດືອນຕ່ຳກ່ວາເດືອນລະ 660 ໂດລາສະຫະລັດ ແລະ ບັນດາສັນຍາຈ້າງຊົ່ວຄາວຕ່າງໆ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...