spot_img
Homeຂ່າວທ້ອງຖິ່ນລັດຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ

ລັດຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ

Published on

ລັດຖະບານລາວຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ ໂດຍສະເພາະໃນວຽກງານການບໍລິການໃນດ້ານຕ່າງໆ ເຊັ່ນ: ການຕ້ອນຮັບ, ການປາກເວົ້າຂອງແພດໝໍຕໍ່ຄົນເຈັບ, ການປິ່ນປົວທີ່ມີຄຸນນະພາບ ແລະ ອື່ນໆຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງເພື່ອຫຼຸດຜ່ອນສຽງຈົ່ມວ່າຈາກສັງຄົມ ແລະ ເພື່ອໃຫ້ເທົ່າທຽມກັບການບໍລິການຂອງແພດໝໍບັນດາປະເທດໃກ້ຄຽງ.

ໜັງສືພິມວຽງຈັນທາມ ລາຍງານວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານແຜນຂອງລັດຖະບານໃນການປະຕິຮູບ ແລະ ປັບປຸງໂຮງໝໍລັດ ຕໍ່ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄດ້ໄຂຂຶ້ນເມື່ອບໍ່ດົນມານີ້ວ່າ: ຕ້ອງໄດ້ປັບປຸງການບໍລິການຂອງແພດໝໍຢູ່ໂຮງໝໍລັດ ຈໍານວນໜຶ່ງທີ່ຍັງມີສຽງຈົ່ມວ່າຈາກສັງຄົມ ແລະ ຍັງບໍ່ທັນເປັນເຈົ້າການປັບປຸງຄຸນນະພາບຢ່າງ ຮອບດ້ານຖ້າທຽບກັບປະເທດໃກ້ຄຽງ, ແພດໝໍຢູ່ໂຮງໝໍລັດຈໍານວນໝຶ່ງ ຍັງບໍ່ຖືໂອກາດໃນໄລຍະປິດປະເທດ ເພາະການແຜ່ລະບາດຂອງພະຍາດໂຄວິດ-19 ປັບປຸງຕົນເອງໃຫ້ມີຄຸນນະພາບ ແລະ ພິສູດຕົວເອງໃຫ້ສັງຄົມຍອມ ຮັບ ແລະ ເພີ່ງພໍໃຈ ໃນການບໍລິການເພື່ອໃຫ້ຄົນເຈັບຫັນມາໃຊ້ບໍລິການປິ່ນປົວຢູ່ໂຮງໝໍພາຍໃນໃຫ້ຫຼາຍຂຶ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...