spot_img
Homeຂ່າວທ້ອງຖິ່ນລັດຈະສົ່ງເສີມພາກທຸລະກິດໃຫ້ມີການໃຊ້ແຮງງານລາວຫຼາຍຂຶ້ນ

ລັດຈະສົ່ງເສີມພາກທຸລະກິດໃຫ້ມີການໃຊ້ແຮງງານລາວຫຼາຍຂຶ້ນ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ຜ່ານມາປາກົດເຫັນຫຼາຍ ການນໍາໃຊ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ໃນລາວ ຂະນະທີ່ແຮງງານລາວເອງກັບຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຄົນລາວທີ່ອອກໄປຫາວຽກເຮັດງານທຳຢູ່ຕ່າງແດນ ຕ້ອງກັບຄືນສູ່ປະເທດຕົນ ແລະ ໄດ້ຮັບຜົນກະທົບບໍ່ມີວຽກເຮັດງານທໍາ.

ຫຼ້າສຸດ, ລັດຖະບານເຫັນວ່າຕ້ອງແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ ໂດຍຈະສົ່ງເສີມໃຫ້ມີການໃຊ້ແຮງງານລາວຫຼາຍຂຶ້ນ ເພື່ອເພີ່ມວຽກເຮັດງານທໍາໃຫ້ປະຊາຊົນ ໃນນີ້ຈະຊຸກຍູ້ໃຫ້ພາກທຸລະກິດ ໄດ້ນໍາໃຊ້ແຮງງານ ເຫຼົ່ານັ້ນ ເພື່ອທົດແທນການນໍາເຂົ້າແຮງງານຈາກຕ່າງປະເທດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ພາກລັດເອງແມ່ນໄດ້ປະເມີນຄືນແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ເດີນທາງມາຈາກຕ່າງປະເທດ ມີຫຼາຍກວ່າ 1 ແສນຄົນ ແລະ ແຮງງານຢູ່ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຈາກການປິດ ແລະ ຢຸດເຊົາກິດຈະການ ເຊິ່ງຈະຕ້ອງໄດ້ມີມາດຕະການແກ້ໄຂ ເພື່ອບໍ່ໃຫ້ມີໄພວ່າງງານເພີ່ມຂຶ້ນສູງໃນຕໍ່ໜ້າ.

ໃນນີ້ຈະໄດ້ສຸມໃສ່ລະດົມດຶງດູດນັກລົງທຶນເຂົ້າສູ່ບັນດາໂຄງການ ທີ່ຕ້ອງການນໍາໃຊ້ກໍາລັງແຮງງານ; ສົ່ງເສີມໃຫ້ມີການໃຊ້ແຮງງານລາວຫຼາຍຂຶ້ນ ເພື່ອແກ້ໄຂວຽກເຮັດງານທໍາໃຫ້ປະຊາຊົນ, ຊຸກຍູ້ໃຫ້ພາກທຸລະກິດ ໄດ້ນໍາໃຊ້ແຮງງານທີ່ວ່າງວຽກເນື່ອງຈາກຜົນກະທົບຈາກໂຄວິດ-19ນັ້ນ ເພື່ອທົດແທນການນໍາເຂົ້າແຮງງານຈາກຕ່າງປະເທດ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...