spot_img
Homeຂ່າວທ້ອງຖິ່ນລັດກຽມອະນຸມັດງົບສຸກເສີນຄັ້ງທີ 3 ອີກ 23 ຕື້ກວ່າກີບ ເພື່ອນຳໃຊ້ໃນວຽກງານຕ້ານໂຄວິດ-19

ລັດກຽມອະນຸມັດງົບສຸກເສີນຄັ້ງທີ 3 ອີກ 23 ຕື້ກວ່າກີບ ເພື່ອນຳໃຊ້ໃນວຽກງານຕ້ານໂຄວິດ-19

Published on

ນັບແຕ່ເດືອນກຸມພາ ຮອດວັນທີ 6 ພຶດສະພາ 2020 ໄດ້ມີການແຈກຢາຍ, ມອບເຄື່ອງ ແລະ ອຸປະກອນການແພດຕ່າງໆທີ່ໄດ້ຈາກບ້ວງລັດຖະບານຈັດຊື້ ແລະ ຈາກການຊ່ວຍເຫຼືອຂອງສັງຄົມ ໄປໃຫ້ບັນດາໂຮງໝໍໃຫຍ່ຂັ້ນສູນກາງ, ໃຫ້ພະແນກສາທາລະນະສຸກບັນດາແຂວງ ເພື່ອແຈກຢາຍໃຫ້ໂຮງໝໍເມືອງ-ສຸກສາລາ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງກະຊວງ ສາທາລະນະສຸກ, ບັນດາດ່ານສາກົນ, ກະຊວງ ແລະ ພາກສ່ວນຕ່າງໆ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພະລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດຄວບຄຸມໂຄວິດ-19 ວັນທີ 6 ພຶດສະພາ 2020 ຜ່ານມາວ່າ: ລັດຖະບານໄດ້ອະນຸມັດງົບສຸກເສີນແລ້ວ 2 ຄັ້ງ ຈຳນວນ 30 ຕື້ກີບ ແລະ ກຽມອະນຸມັດ ຄັ້ງທີ 3 ອີກ ຈຳນວນ 23 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19.

ສຳລັບວັດຖຸອຸປະກອນ ແລະ ເຄື່ອງມືທາງການແພດທີ່ຈະຈັດຊື້ຮີບດ່ວນ ແມ່ນເຄື່ອງຕິດຕາມອາການຄົນເຈັບ 23 ຊຸດ, ເຄື່ອງຊ່ວຍຫຼາຍໃຈ 14 ຊຸດ, ລົດຮັບ- ສົ່ງຄົນເຈັບ 10 ຄັນ, ຊຸດອາວະກາດ (PPE), ໜ້າກາກອະນາໄມສຳລັບການແພດ, ເຈລລ້າງມື ເຊິ່ງຄາດວ່າຈະໃຊ້ງົບຫຼາຍກວ່າ 33 ຕື້ກີບ.

ການຊ່ວຍເຫຼືອຈາກປະເທດຕ່າງໆ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ບຸກຄົນ ນັບແຕ່ວັນທີ 19 ກຸມພາ ເຖິງ 6 ພຶດສະພາ 2020 ເປັນເງິນສົດ 11 ຕື້ກວ່າກີບ, 487.892 ໂດລາ ແລະ 2,5 ລ້ານກວ່າບາດ. ສ່ວນການຊ່ວຍເຫຼືອທີ່ເປັນອຸປະກອນ ມີທັງໝົດ 73 ພາກສ່ວນ ມີມູນຄ່າປະມານ 33,6 ຕື້ກວ່າກີບ ກັບ 2,08 ລ້ານກວ່າໂດລາ.

ຮຽບຮຽງຂ່າວ:​ ພຸດສະດີ
ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...