ລັດກຽມສະຖານທີ່ຮອງຮັບແຮງງານລາວຫຼາຍກວ່າ 1 ແສນຄົນທີ່ເດີນທາງກັບເຂົ້າປະເທດ

ໜັງສືພິມລາວພັດທະນາລາຍງານໃຫ້ຮູ້ວ່າ ລັດຖະບານໄດ້ກຳນົດເອົາສະຖານທີ່ໂຮງຮຽນ ແລະ ສະຖາບັນການສຶກສາ ເປັນສະຖານທີ່ຮອງຮັບແຮງງານລາວທີ່ເດີນທາງມາຈາກປະເທດເພື່ອນບ້ານ ເພື່ອຕິດຕາມຄັດກອງກວດຫາເຊື້ອໂຄວິດ-19 ພາຍຫຼັງທີ່ມີການປິດດ່ານໃນວັນທີ 23 ມີນານີ້.

ໃນວັນທີ 22 ມີນາ 2020 ທີ່ຜ່ານມາ ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກຖະແຫຼງຂ່າວໃຫ້ຮູ້ວ່າ:​ ແຮງງານລາວທີ່ເດີນທາງມາຈາກປະເທດເພື່ອນບ້ານ ຄາດວ່າມີຫຼາຍກວ່າ 1 ແສນຄົນ; ສະນັ້ນ, ເຮັດໃຫ້ສະຖານທີ່ກັກບໍລິເວນມີຈຳກັດ, ຈຶ່ງໄດ້ເອົາໂຮງຮຽນຕ່າງໆທີ່ທາງລັດຖະບານໄດ້ແຈ້ງໂຈະປິດຊົ່ວຄາວເປັນບ່ອນກັກບໍລິເວນ ເພື່ອຈະມີການກວດຫາເຊື້ອໂຄວິດ-19.

ນອກຈາກນີ້, ກໍ່ຈະສົ່ງນັກສຶກສາແພດລົງໄປຕິດຕາມພວກກ່ຽວຕື່ມ. ປັດຈຸບັນ, ສປປ ລາວ ຍັງບໍ່ພົບກໍລະນີຕິດເຊື້ອໂຄວິດ-19, ແຕ່ທາງລັດຖະບານກໍ່ມີມາດຕະການເຂັ້ມງວດໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ເປັນຕົ້ນການປິດດ່ານເຂົ້າ-ອອກທ້ອງຖິ່ນ ແລະ ອອກແຈ້ງການໃຫ້ທົ່ວສັງຄົມເປັນເຈົ້າການໃນການຄວບຄຸມພະຍາດນີ້ຢ່າງເຂັ້ມງວດບໍ່ໃຫ້ມີການລະບາດ.

 

ຮຽບຮຽງຂ່າວ: ພຸດສະດີ