spot_img
Homeຂ່າວການພັດທະນາລັດ­ຖະ­ບານ ລົງຕິດ­ຕາມໂຄງ­ການປູກໄມ້ເປັນສິນ­ຄ້າ

ລັດ­ຖະ­ບານ ລົງຕິດ­ຕາມໂຄງ­ການປູກໄມ້ເປັນສິນ­ຄ້າ

Published on

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ພ້ອມຄະນະລົງຕິດຕາມ ແລະຢ້ຽມຢາມໂຄງການປູກໄມ້ຂອງບໍລິສັດ ບົວລະພາກະສິກຳປ່າໄມ້ ຈຳກັດ ວັນທີ 24 ສິງຫາ 2016 ທີ່ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍຕ້ອນຮັບຂອງທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດ ບົວລະພາກະສຳກຳປ່າໄມ້ ພ້ອມດ້ວຍຄະນະທີ່ປຶກສາ ແລະພະນັກງານກ່ຽວຂ້ອງ.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບລວມຂອງບໍລິສັດ ທ່ານ ຈະເລີນ ເຢຍປາວເຮີ ໄດ້ມີຄຳເຫັນຊີ້ນຳໃຫ້ບໍລິສັດສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດກິດຈະກຳຂອງບໍລິສັດໃນໄລຍະຜ່ານມາ ແລະແຜນທິດທາງໃນຕໍ່ໜ້າ ເພື່ອລາຍງານໃຫ້ກະຊວງກ່ຽວຂ້ອງໄດ້ຮັບຊາບອີກເທື່ອໜຶ່ງ ລວມທັງສົ່ງໃຫ້ກອງເລຂາຂອງໂຄສົກລັດຖະບານເພື່ອຄວາມວ່ອງໄວ ເຊິ່ງຈະໄດ້ລາຍງານໃຫ້ລັດຖະບານໃນການໃຫ້ທິດແກ້ໄຂ.
ທ່ານໂຄສົກລັດຖະບານກ່າວອີກວ່າ: ສຳລັບຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ເຊິ່ງບໍ່ລວມເອົາໄມ້ປູກ ໃນກໍລະນີໄມ້ປູກລັດຖະບານຈະໄດ້ຫາລືກັນອີກເທື່ອໜຶ່ງ ເພື່ອຈະອອກນິຕິກຳໃນການແກ້ໄຂ ເປັນຕົ້ນແມ່ນການຢັ້ງຢຶນຜະລິດຕະພັນສຳເລັດຮູບທີ່ຜ່ານການປຸງແຕ່ງເພື່ອສົ່ງອອກ ເຊິ່ງລັດຖະບານຈະໄດ້ກຳນົດລະອຽດອັນໃດໄມ້ປູກ ແລະໄມ້ທຳມະຊາດ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...