spot_img
Homeປະຊາສຳພັນລະວັງ! 3-4 ມື້ຕໍ່ໜ້ານີ້ ຝົນຈະສືບຕໍ່ຕົກໜັກ ລະດັບນ້ຳຂອງ ແລະ ສາຂາຕ່າງໆ ອາດສູງຂຶ້ນ!

ລະວັງ! 3-4 ມື້ຕໍ່ໜ້ານີ້ ຝົນຈະສືບຕໍ່ຕົກໜັກ ລະດັບນ້ຳຂອງ ແລະ ສາຂາຕ່າງໆ ອາດສູງຂຶ້ນ!

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ຮ່ອງຝົນໄດ້ພັດຜ່ານ ເຂດພາກເໜືອຂອງລາວ ແລະ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ດ້ວຍກຳລັງແຮງ, ເຊິ່ງໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫລາຍວັນ ໃນລະດັບຄ່ອຍຫາປານກາງ ຢູ່ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ໃນເຂດພາກເໜືອລົງຫາພາກກາງ ເຮັດໃຫ້ລະດັບແມ່ນ້ຳຂອງ, ສາຂາຂຶ້ນສູງ ແລະ ໄດ້ເຮັດໃຫ້ມີນ້ຳຖ້ວມ ຢູ່ເຂດພາກເໜືອເຊັ່ນ: ແຂວງອຸດົມໄຊ ແລະ ໄຊຍະບູລີ. ສະເພາະລະດັບນ້ຳ ເຂດຂົວເຊບັ້ງໄຟ ໄດ້ຂຶ້ນໃກ້ເຂດລະວັງໄພແລ້ວ. ຝົນຍັງຈະສືບຕໍ່ຕົກຫລາຍໃນໄລຍະ 3-4 ວັນຕໍ່ໜ້າ, ໂດຍສະເພາະຢູ່ເຂດພາກເໜືອ ແລະ ພາກກາງ, ຊຶ່ງຈະເຮັດໃຫ້ລະດັບຂອງ, ສາຂາຕ່າງໆສືບຕໍ່ຂຶ້ນສູງ ແລະ ອາດສູງກວ່າເຂດລະວັງໄພ ຫລື ເຂດອັນຕະລາຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະ ຊາຊົນທີ່ອາໃສຢູ່ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ ແລະ ແຂວງວຽງຈັນ ໃຫ້ລະວັງສະພາບຝົນຕົກໜັກ, ນ້ຳຖ້ວມໄຫລຊຸແຮງ, ນ້ຳຖ້ວມຍຶ່ງ ແລະ ດິນເຈື່ອນ, ໂດຍສະເພາະປະຊາຊົນ ທີ່ອາໃສຢູ່ຕາມຂອບເຂດແຄມແມ່ນ້ຳຂອງ ໃຫ້ລະມັດລະວັງເປັນພິເສດ, ເປັນຕົ້ນ ແຂວງບໍລິຄຳໄຊ, ຄຳມ່ວນ ເຂດເຊບັ້ງໄຟ ແລະ ສະຫວັນນະເຂດ ອາດຈະເກີດຝົນຕົກຟ້າຄະນອງ ແລະ ລົມພັດແຮງ ແລະ ນ້ຳຖ້ວມ ພ້ອມທັງໃຫ້ຮີບຮ້ອນເກັບມ້ຽນສິ່ງຂອງ, ວັດຖຸມີຄ່າອື່ນໆ ແລະ ສັດລ້ຽງໄວ້ໃນທີ່ປອດໄພ ເພື່ອບໍ່ໃຫ້ເກີດອັນຕະລາຍ ແລະ ຜົນເສຍຫາຍຕາມມາພາຍຫລັງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...