spot_img
Homeຂ່າວທ້ອງຖິ່ນລະມາມ ຂະຫຍາຍເນື້ອທີ່ປູກຕົ້ນໄມ້ 42 ເຮັກຕາໃນປີ 2017

ລະມາມ ຂະຫຍາຍເນື້ອທີ່ປູກຕົ້ນໄມ້ 42 ເຮັກຕາໃນປີ 2017

Published on

ໃນວັນທີ 1 ມິຖຸນາ 2017 ທີ່ຜ່ານມາ ເມືອງ ລະມາມ ແຂວງ ເຊກອງ ໄດ້ຈັດພິທີປູກຕົ້ນໄມ້ເພື່ອທົດແທນຄືນປ່າໄມ້ທີ່ຖືກທຳລາຍໄປນັ້ນກັບຄືນສູ່ສະພາບເດີມ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສວນໄມ້ເຂດບ້ານໜອງບົງ ໂດຍການເຂົ້າຮ່ວມຂອງທ່ານ ຮຽມ ໄຊຍະລາດ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງລະມາມ ມີບັນດາພະແນກການ ຫົວໜ້າ-ຮອງຫ້ອງການອ້ອມຂ້າງເມືອງ, ນັກທຸລະກິດ ຕະຫຼອດຮອດ ປະຊາຊົນບັນດາບ້ານອ້ອມຂ້າງເຂດດັ່ງກ່າວເຂົ້າຮ່ວມ.

ທ່ານ ບຸນເຖິງ ດວງປະເສີດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກ່າວໃນພິທີປູກຕົ້ນໄມ້ຄັ້ງນີ້ວ່າ : ການປູກຕົ້ນໄມ້ມື້ນີ້ປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ທັງເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ ຂອງທຸກໆປີ, ໃນປີ 2017 ນີ້ ເມືອງລະມາມ ມີເນື້ອທີ່ ປູກຕົ້ນໄມ້ທັງໝົດ 42 ເຮັກຕາ, ປູກເບ້ຍໄມ້ ຈຳນວນ 18.200 ເບ້ຍ, ຊະນິດເບ້ຍໄມ້ທີ່ປູກມີໄມ້ແຄນ, ໄມ້ຂະຍູງ ແລະ ໄມ້ດູທຳມະຊາດ, ໃນນີ້ປູກຢູ່ ສວນໄມ້ເຂດບ້ານ ໜອງບົງ ຈໍານວນ 3 ເຮັກຕາ ມີເບ້ຍໄມ້ 1.200 ເບ້ຍ, ບໍລິສັດປູກຈໍານວນ 15 ເຮັກຕາ ມີເບ້ຍໄມ້ 6.200 ເບ້ຍ ແລະ ປະຊາຊົນປູກຈຳນວນ 21 ເຮັກຕາມີເບ້ຍໄມ້ 9.600 ເບ້ຍ; ນອກຈາກນີ້ກໍ່ໄດ້ປູກຕາມແລວສາຍທາງຂອງເທດສະບານ ຈໍານວນ 1.200 ກວ່າເບ້ຍ.

ປະຈຸບັນເມືອງລະມາມ ມີເນື້ອທີ່ປ່າໄມ້ປົກຫຸ້ມກວມເອົາ 139.589 ເຮັກຕາ, ເທົ່າກັບ 71,9 % ຂອງເນື້ອທີ່ທົ່ວເມືອງ ຂະນະທີ່ ເນື້ອທີ່ປ່າໄມ້ຖືກທໍາລາຍ ເຊິ່ງບໍ່ທັນໄດ້ຮັບການຟື້ນຟູ ມີປະມານ 200 ກວ່າເຮັກຕາ.

 

ຮຽບຮຽງຂ່າວ : ດາວສະຫວັນ ໄຊລາສອນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...