spot_img
Homeຂ່າວຕ່າງປະເທດລະບົບສາທາລະນະສຸກອິນເດຍຫຼົ້ມເຫຼວໂຮງໝໍປິດຮັບຜູ້ປ່ວຍອົກຊີເຈນບໍ່ພຽງພໍ

ລະບົບສາທາລະນະສຸກອິນເດຍຫຼົ້ມເຫຼວໂຮງໝໍປິດຮັບຜູ້ປ່ວຍອົກຊີເຈນບໍ່ພຽງພໍ

Published on

ລະບົບສາທາລະນະສຸກຂອງອິນເດຍຫຼົ້ມເຫຼວເນື່ອງຈາກຍອດຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມຂຶ້ນຈຳນວນຫຼາຍຕໍ່ມື້ ເຮັດໃຫ້ອົກຊີເຈນບໍ່ພຽງພໍຕໍ່ຈຳນວນຜູ້ປ່ວຍ ຈົນເຮັດໃຫ້ໂຮງໝໍຫຼາຍແຫ່ງບໍ່ສາມາດຮັກສາຜູ້ປ່ວຍໄດ້.

ພາບທີ່ເຫັນໃນເວລານີ້ທີ່ໜ້າໂຮງໝໍຫຼາຍແຫ່ງເຕັມໄປດ້ວຍຜູ້ປ່ວຍນອນຢູ່ໜ້າໂຮງໝໍຢ່າງໝົດຫວັງ, ໂດຍມື້ວານນີ້ອິນເດຍມີຜູ້ຕິດເຊື້ອກໍລະນີໃໝ່ 345,147 ຄົນ ແລະ ເສຍຊີວິດ 2,621 ຄົນ. ຍ້ອນຈຳນວນຜູ້ເສຍຊີວິດຈຳນວນຫຼາຍເຮັດໃຫ້ການເຜົາສົບ ແລະ ສະຖານທີ່ຝັງບໍ່ພຽງພໍ ທີ່ນະຄອນນິວເດລີສະຖານທີ່ເຜົາສົບບາງແຫ່ງຕ້ອງໃຊ້ບອນຈອດລົດເປັນບ່ອນເຜົາສົບລວມໝູ່ຊົ່ວຄາວ. ສຳລັບຍອດຜູ້ຕິດເຊື້ອສະສົມໃນອິນເດຍ 1,662,456 ຄົນ,​ເສຍຊີວິດ 189,549 ຄົນ.

ລັດຖະບານອິນເດຍກ່າວວ່າ ກຳລັງສະໜອງອຸປະກອນການແພດທັງທາງລົດໄຟ ແລະ ທາງອາກາດໃຫ້ແກ່ສະຖານທີ່ຮັກສາສຸຂະພາບໃນຂົງເຂດທີ່ພົບບັນຫາຮຸນແຮງ.

ໃນຂະນະທີ່ມື້ຄືນທີ່ຜ່ານມາລົດຕຳຫຼວດຕ້ອງໄດ້ຂັບນຳລົດທີ່ບັນທຸກອົກຊີເຈນຈາກລັດຖະບານໃຫ້ນຳອົກຊີເຈນມາເຕີມໃຫ້ກັບໂຮງໝໍ ບໍ່ດັ່ງນັ້ນໂຮງໝໍຈະຢຸດຕິການປິ່ນປົວຜູ້ປ່ວຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...