spot_img
Homeຂ່າວຕ່າງປະເທດລະທຶກ! ແຜ່ນດິນໄຫວ 5.3​ ຢູ່ໂຕກຽວ ປະເທດຍີ່ປຸ່ນ ຍັງບໍ່ມີລາຍງານຄວາມເສຍຫາຍ!

ລະທຶກ! ແຜ່ນດິນໄຫວ 5.3​ ຢູ່ໂຕກຽວ ປະເທດຍີ່ປຸ່ນ ຍັງບໍ່ມີລາຍງານຄວາມເສຍຫາຍ!

Published on

558000006122001

ເກີດເຫດແຜ່ນດິນໄຫວຂະໜາດ 5.3 ແມັກນິຈູດ ສັ່ນອາຄານສູງໃນນະຄອນຫລວງໂຕກຽວມື້ນີ້ (25 ພຶດສະພາ) ສ່ົງຜົນໃຫ້ມີສັນຍານເຕືອນໄພດັງຂຶ້ນ ແລະ ລະບົບລົດໄຟຟ້າໃຕ້ດິນຕ້ອງຢຸດໃຫ້ບໍລິການຊົ່ວຄາວ.

ສຳນັກຂ່າວຕ່າງປະເທດ ລາຍງານໃນມື້ນີ້ (25 ພຶດສະພາ) ໃນເວລາ 13:55 ນາທີ ຕາມເວລາໃນປະເທດລາວວ່າ ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 5.3 ແມັກນິຈູດ ຢູ່ເມືອງຫລວງຂອງປະເທດຍີ່ປຸ່ນ ເຮັດໃຫ້ລະບົບເຕືອນໄພສົ່ງສັນຍານເຕືອນໄພເຂົ້າໂທລະສັບມືຖື ແລະ ສັນຍານເຕືອນໃນອາຄານຕ່າງໆດັງຂຶ້ນ, ສະໜາມບິນສາກົນນາຣິຕະ ຂອງນະຄອນຫລວງໂຕກຽວ ກໍໄດ້ປະກາດປິດຣັນເວທັງ 2 ເສັ້ນເປັນການຊົ່ວຄາວ ເພື່ອໃຫ້ເຈົ້າໜ້າທີ່ເຂົ້າກວດສອບຄວາມເສຍຫາຍ ໂດຍອີງຕາມຂໍ້ມູນຈາກສຳນັກງານສຳຫລວດທາງທໍລະນີວິທະຍາ ຂອງສະຫະລັດອາເມຣິກາ (USGS) ໄດ້ຊີ້ບອກວ່າ ແຜ່ນດິນໄຫວຄັ້ງນີ້ ເກີດຂຶ້ນໃນລະດັບຕື້ນ ພຽງແຕ່ 35 ກິໂລແມັດ ໂດຍມີສູນກາງຫ່າງອອກໄປທາງທິດເໜືອ 34​ ກິໂລແມັດ ຈາກນະຄອນຫລວງໂຕກຽວ ເຊິ່ງເປັນເມືອງໃຫຍ່ທີ່ມີປະຊາກອນໜາແໜ້ນແຫ່ງໜຶ່ງຂອງໂລກ.

ສະຖານີໂທລະພາບໃນທ້ອງຖິ່ນລາຍງານວ່າ ແຮງສັ່ນສະເທືອນຈາກແຜ່ນດິນໄຫວ ສາມາດຮັບຮູ້ໄດ້ໃນບໍລິເວນກວ້າງທົ່ວໂຕກຽວ ແຕ່ວ່າຍັງບໍ່ທັນມີລາຍງານຄວາມເສຍຫາຍ ຫລື ຜູ້ໄດ້ຮັບບາດເຈັບແຕ່ຢ່າງໃດເທື່ອ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...