spot_img
Homeຂ່າວເຫດການລະດົມຄວາມຄິດເຫັນໃສ່ຮ່າງກົດໝາຍສົນທິສັນຍາ ແລະສັນຍາສາກົນ

ລະດົມຄວາມຄິດເຫັນໃສ່ຮ່າງກົດໝາຍສົນທິສັນຍາ ແລະສັນຍາສາກົນ

Published on

ໃນວັນທີ 2-3 ພະຈິກ 2016 ກົມສົນທິສັນຍາ ແລະກົດໝາຍ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມ ເພື່ອລະດົມຄວາມຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍສົນທິສັນຍາ ແລະສັນຍາສາກົນຂຶ້ນທີ່ຫ້ອງວ່າການແຂວງບໍ່ແກ້ວ. ພາຍໃຕ້ການເປັນປະທານຂອງ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມ: ຫ້ອງວ່າການປົກຄອງ, ພະແນກການຕ່າງປະເທດແຂວງ ແລະພະແນກການຕ່າງໆທີ່ກ່ຽວຂ້ອງຈາກ 8 ແຂວງພາກເໜືອລວມມີ: ແຂວງບໍ່ແກ້ວ, ໄຊຍະບູລີ, ຊຽງຂວາງ, ຜົ້ງສາລີ, ຫົວພັນ, ຫຼວງນ້ຳທາ, ຫຼວງພະບາງ ແລະແຂວງອຸດົມໄຊ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ກ່າວວ່າ: ຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອນຳເອົາຮ່າງກົດໝາຍວ່າດ້ວຍສົນທິສັນຍາ ແລະສັນຍາສາກົນທີ່ໄດ້ຮ່າງສຳເລັດໃນເບື້ອງຕົ້ນມາທາບທາມ, ແລກປ່ຽນຄຳຄິດເຫັນກັບບັນດາທ່ານ ຊຶ່ງເປັນຕົວແທນ ຂອງອຳນາດການປົກຄອງ 8 ແຂວງພາກເໜືອ ພາຍຫຼັງການທາບທາມ ແລະແລກປ່ຽນຄຳຄິດເຫັນຄັ້ງນີ້ ແມ່ນຈະລົງໄປທາບທາມ ແລະແລກປ່ຽນຄໍາຄິດຄໍາເຫັນກັບອຳນາດການປົກຄອງບັນດາແຂວງພາກກາງ ແລະພາກໃຕ້ຕື່ມອີກແລ້ວຈິ່ງສັງລວມຄຳຄິດຄຳເຫັນເຫຼົ່ານັ້ນເພື່ອນຳໄປປັບປຸງຮ່າງກົດໝາຍສະບັບນີ້ໃຫ້ແທດເໝາະກັບຕົວຈິງ, ສົມບູນຍິ່ງຂຶ້ນ ແລະສາມາດປະຕິບັດໄດ້.

ຮ່າງກົດໝາຍສະບັບນີ້ຈະເປັນກົດໝາຍສະບັບທໍາອິດຂອງກະຊວງການຕ່າງປະເທດ, ກໍານົດຫຼັກການ, ລະບຽບການ ແລະຂັ້ນຕອນກ່ຽວກັບການສ້າງ ແລະການຈັດຕັ້ງປະຕິບັດສົນທິສັນຍາທີ່ສ້າງຂຶ້ນໃນນາມລັດ ແລະລັດຖະບານ, ສັນຍາສາກົນທີ່ສ້າງຂຶ້ນໃນນາມອົງການລັດຂັ້ນສູນກາງ, ຂະແໜງການ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະອົງການປົກຄອງທ້ອງຖິ່ນ ເພື່ອຄຸ້ມຄອງລັດກ່ຽວກັບວຽກງານສົນທິສັນຍາ ແລະສັນຍາສາກົນໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ສົ່ງເສີມຄວາມເປັນເຈົ້າການຂອງ ສປປ ລາວ ໃນການຮ່ວມມືກັບບັນດາປະເທດ ແລະເຊື່ອມໂຍງກັບພາກພື້ນ ແລະສາກົນ.

ການສ້າງກົດໝາຍວ່າດ້ວຍສົນທິສັນຍາ ແລະສັນຍາສາກົນກໍຄືນິຕິກໍາອື່ນໆ ໃນຂະແໜງການຕ່າງປະເທດເປັນກົດໝາຍທີ່ຈະອອກ ໂດຍສະພາແຫ່ງຊາດປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດມະຕິ X ຂອງພັກໃນການສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕ.

ຂ່າວ: ເສດຖະກິດສັງຄົມ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...