spot_img
Homeຂ່າວ​ໄອ​ທີລວມ 9 ເທັກໂນໂລຈີທີ່ໜ້າສົນໃຈໃນງານ CES 2017

ລວມ 9 ເທັກໂນໂລຈີທີ່ໜ້າສົນໃຈໃນງານ CES 2017

Published on

     ເວົ້າໄດ້ວ່າເລີ່ມເຂົ້າສູ່ປີ 2017 ມານີ້, ເທັກໂນໂລຈີໃນໂລກເຮົາກໍທະຍອຍເລີ່ມມີການປ່ຽນແປງກັນຫຼາຍຂຶ້ນຄືກັບໃນງານ Consumer Electronics Show  (CES 2017) ທີ່ເປັນປີແຫ່ງການປ່ຽນແປງເທັກໂນໂລຈີຄັ້ງໃຫຍ່ທີ່ມີເທັກໂນໂລຈີຕ່າງໆເກີດຂຶ້ນມາຫຼາກຫຼາຍພາຍໃນງານນີ້ ເຊິ່ງຈັດຂຶ້ນທີ່ Las Vegas Convention ແລະ World Trade Center ສະຫະລັດອາເມຣິກາ ແລະມື້ນີ້ເຮົາຈະມານຳສະເໜີ 9 ເທັກໂນໂລຈີໃໝ່ໆທີ່ເກີດຂຶ້ນໃນງານ. 

 

1. ທີວີລ່ອງຫົນຈາກ LG

     ຖືວ່າເປັນບ່ອນຮືຮາຫຼາຍສຳລັບທີວີຈາກຄ່າຍ LG ເຊິ່ງເປັນທີວີທີ່ໃຊ້ໜ້າຈໍໂຄ້ງແບບ OLED ລຸ້ນ W7 ທີ່ມີຄວາມຄົມຊັດສູງ, ສີສັນທີ່ສົດ ແລະມີຄວາມໜາພຽງແຕ່ 2.5 mm ເທົ່ານັ້ນ! ໂດຍຄວາມລ່ອງຫົນນັ້ນຄືເມື່ອເປີດຈໍທີວີສາມາດແນມຜ່ານທະລຸຈໍໄດ້ເພາະຈໍຈະມີຄວາມໂປ່ງໃສນັ້ນເອງ. 

2. ລົດຈັກ Honda ທີ່ສາມາດຊົງໂຕໄດ້ເອງ

     ສຸດຍອດນະວັດຕະກຳຈາກ Honda ກັບລະບົບ Riding Assistant Technology ໃນລົດຈັກເພື່ອເພີ່ມຄວາມປອດໄພ ແລະຄວາມສະດວກໃຫ້ກັບຜູ້ຂັບຂີ່ຫຼາຍຂຶ້ນ ໂດຍສາມາດຂັບໄປໄດ້ເອງໃນຄວາມໄວ 3 mile ແລະເຄື່ອນທີ່ຕາມເຈົ້າຂອງລົດໄດ້.    

 

3. ແລັບທ໋ອບ 3 ໜ້າຈໍສຸດຄັກຈາກ Razer

     ພາຍໃນງານ CES ທາງ Razer ໄດ້ເປີດໂຕແລັບທ໋ອບລຸ້ນຕົ້ນແບບທີ່ມີໜ້າຈໍເຖິງ 3 ຈໍ ແລະມີຄວາມລະອຽດຂອງພາບເຖິງ 4K, Razer ໄດ້ເຮັດການຍັດກາຣ໌ດຈໍສຸດແຮງແບບ GTX 1080 ລົງໄປຮຽບຮ້ອຍໂດຍມີຂະໜາດຈລຢູ່ທີ່ 17.3 ນິ້ວ, ແຕ່ແນ່ນອນວ່າລາຄາເຄື່ອງຄົງຈະເຖິງຂັ້ນຊື້ລົດບິກໄບໄດ້ຄັນໜຶ່ງພຸ້ນລະ. 

4. Razer ເຮັດໃຫ້ຄວາມຝັນຂອງເກມເມີ້ເປັນຈິງກັບ Projector ລຸ້ນໃໝ່

     Project Ariana ຈະເຮັດໃຫ້ການຫຼິ້ນເກມປ່ຽນໄປດ້ວຍການເຮັດໃຫ້ເກມທີ່ຫຼິ້ນຈາກໜ້າຈໍທີວີມີຄວາມສົມຈິງຫຼາຍຍິ່ງຂຶ້ນ ໂດຍການຍິງເລເຊີ້ເພື່ອຂະຫຍາຍພາບອອກມາຈາກຈໍທີວີ ແລະສາມາດເຮັດວຽກຮ່ວມກັບ VR ໄດ້ອີກນຳ. 

5. ການກັບມາຂອງສຸດຍອດເກມບອຍ”Super Retro Boy”

     ການກັບມາຂອງເຄື່ອງເກມພົກພາໃນຕຳນານແບບເກມບອຍທີ່ຫຼາຍໆຄົນມັກໃນຕອນນ້ອຍມື້ນີ້ທາງທີມພັດທະນາ Retro-Bit ໄດ້ກັບມາສ້າງເກມບອຍທີ່ສາມາດຫຼິ້ນເກມຂອງເຄື່ອງ Original Game Boy, Game Boy Color ແລະ Game Boy Advance ແລະຍັງສາມາດຫຼິ້ນໄດ້ດົນສຸດເຖິງ 10 ຊ.ມ ກັນເລີຍ ອີກທັງລາຄາຍັງຢູ່ທີ່ 80$  

6. ສ້າງຫຸ່ນຍົນຈາກເລໂກ້

     ຂອງຫຼິ້ນໂຕຕໍ່ຈາກເລໂກ້ໄດ້ຖືກນຳມາຕໍ່ກັນໃຫ້ເປັນໂຕຫຸ່ນຍົນ ແລະສາມາດຄວບຄຸມໄດ້ໂດຍແອັບພລິເຄຊັ່ນ ແລະໃສ່ໂຄດຄຳສັ່ງຕ່າງໆລົງໄປໄດ້ ເຊິ່ງໃນອະນາຄົດເຮົາອາດຈະເຫັນເດັກນ້ອຍຫຼິ້ນເລໂກ້ຈາກການບັງຄັບໃນມືຖືກໍໄດ້. 

7. ເຄື່ອງຄອມພິວເຕີຂະໜາດເທົ່າບັດເຄຣດິດ

     Intel ໄດ້ພັດທະນາຄອມພິວເຕີທີ່ມີຂະໜາດນ້ອຍ ໂດຍມີ CPU ໃນ Gen ຫຼ້າສຸດແບບ Kaby Lake ແລະສາມາດຕໍ່ອິນເຕີເນັດເພື່ອນຳໄປໃຊ້ໃນຕູ້ເຢັນ ຫຼືເຄື່ອງໃຊ້ພາຍໃນເຮືອນ. 

8. ບໍລິການຖ່າຍທອດສົດທາງທີວີຂອງ Hulu

     ເປັນບໍລິການຮູບແບບໃໝ່ຈາກ Hulu ທີ່ສາມາດເບິ່ງລາຍການສົດກໍໄດ້ ຫຼືຈະເບິ່ງຍ້ອນຫຼັງກໍໄດ້ ແລະມີຊ່ອງລາຍການຕ່າງໆຫຼາກຫຼາຍເຊັ່ນ: PlayStation Vue, Sling TV ແລະ DirecTV. ໂດຍຂໍ້ມູນລາຍການຈະຖືກເກັບໄວ້ໃນ cloud ທັງນີ້ຜູ້ໃຊ້ຈຳເປັນຕ້ອງເຊື່ອມຕໍ່ອິນເຕີເນັດຕະຫຼອດເວລາທີ່ໃຊ້ງານ. 

9. ໂມງບາງໆຈາກ Sony

     ເປັນໂມງອັດສະລິຍະທີ່ມີຄວາມບາງທີ່ສຸດເລີຍກໍເວົ້າໄດ້ ໂດຍມີຟັງຊັ່ນທີ່ຄົບຊຸດຄືກັບໂມງຈາກແບຣນອື່ນໆ ແຕ່ທີ່ພິເສດກວ່າໝູ່ກໍຄືມັນມີຄວາມບາງທຽບເທົ່າກັບບັດເຄຣດິດ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...