spot_img
Homeຂ່າວຕ່າງປະເທດຣີຮັນນາ ສ້າງແບຣນແຟເຊິນໃໝ່ຮ່ວມກັບ LVMH

ຣີຮັນນາ ສ້າງແບຣນແຟເຊິນໃໝ່ຮ່ວມກັບ LVMH

Published on

ຢູ່ໃນກະແສບໍ່ເຄີຍຂາດສຳລັບນັກຮ້ອງສາວສຽງຊົງພະລັງນັ້ນກໍຄື ຣີຮັນນາ ຊຶ່ງຫຼ້າສຸດນາງກໍຈັບມືກັບ LVMH ກຽມອອກແຟເຊິນ ພາຍໃຕ້ຊື່ Fenty.

LVMH ແມ່ນເປັນບໍລິສັດແມ່ຂອງຫ້ອງເສື້ອຊື່ດັງຫຼາຍຍີ່ຫໍ້ ບໍ່ວ່າຈະເປັນ ຫຼຸຍ ວິຕຕອງ ຄຣິດຕຽນ ດີອໍຣ ແລະ ເຟນດິ ສຳລັບແບຣນ Fenty ຂອງຣີຮັນນາ ແມ່ນຈະຄວບຄຸມທັງເສື້ອຜ້າ ເກີບ ກະເປົ໋າ ແລະ ເຄື່ອງປະດັບຕ່າງໆ ໂດຍຈະມີຖານການຜະລິດຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ທັງນີ້ ແບຣນໃໝ່ໃນຊື່ Fenty ຈະອອກມາຕີຕະຫຼາດໃນລະຫວ່າງກາງປີ 2019 ນີ້.

ຣີຮັນນາ ຖືເປັນແມ່ຍິງຄົນທຳອິດທີ່ໄດ້ເຂົ້າມາຮ່ວມມືສ້າງແບຣນໃໝ່ກັບ LVMH ແລະ ຍັງເປັນແມ່ຍິງຜິວສີຄົນທຳອິດທີ່ກ້າວເຂົ້າມາມີແບຣນແຟເຊິນຂອງຕົນເອງພາຍໃຕ້ຫຼັງຄາຂອງ LVMH.

 

 

 

 

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: teenee.com

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...