spot_img
Homeຂ່າວຕ່າງປະເທດຣັດເຊຍເປັນປະເທດທຳອິດຂອງໂລກທີ່ແຈກຢາຍວັກຊີນໃຫ້ປະຊາຊົນ

ຣັດເຊຍເປັນປະເທດທຳອິດຂອງໂລກທີ່ແຈກຢາຍວັກຊີນໃຫ້ປະຊາຊົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ລັດຖະບານຣັດເຊຍ ເລີ່ມແຈກຢາຍວັກຊີນປ້ອງກັນໂຄວິດ-19 ພາຍໃຕ້ຊື່ Sputnik V ໃຫ້ແກ່ປະຊາຊົນຜູ້ຢູ່ໃນກຸ່ມຄວາມສ່ຽງສູງແລ້ວຕັ້ງແຕ່ວັນເສົາທີ 5 ທັນວາ 2020 ທີ່ຜ່ານມາ ເຮັດໃຫ້ຣັດເຊຍກາຍເປັນປະເທດທຳອິດຂອງໂລກທີ່ແຈກຢາຍວັກຊີນຕ້ານເຊື້ອໄວຣັດໂຄວິດ-19 ໃນວົງກວ້າງ.

ສຳນັກຂ່າວຣອຍເຕີ ລາຍງານວ່າ ທ່ານ ວາລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ສັ່ງການໃຫ້ທຸກພາກສ່ວນສະໜັບສະໜຸນໃຫ້ປະຊາຊົນຣັດເຊຍທົ່ວປະເທດສາມາດເຂົ້າຮັບວັກຊີນໂຄວິດ-19 ໄດ້ໃນອາທິດໜ້າ ພ້ອມທັງຢືນຢັນໃນປະສິດທິພາບຂອງວັກຊີນອີກກວ່າ 2 ລ້ານໂດສ ພາຍໃນໄລຍະເວລາບໍ່ດົນຕໍ່ຈາກນີ້.

ທີ່ຜ່ານມາ ຣັດເຊຍພັດທະນາວັກຊີນປ້ອງກັນໂຄວິດ-19 ອອກມາ 2 ຊະນິດຄື: Sputnik V ແລະ ວັກຊີນອີກປະເພດທີ່ສະຖາບັນໄຊເບີເລຍ ເວກເຕີ  (Siberia’s Vector) ເປັນຜູ້ພັດທະນາຫຼັກ ແຕ່ວ່າວັກຊີນທັງສອງ ສະຖາບັນຍັງບໍ່ສຳເລັດຂະບວນການທົດລອງຂັ້ນສຸດທ້າຍ ເຮັດໃຫ້ນັກວິທະຍາສາດຈຳນວນຫຼາຍມີຂໍ້ສົງໃສເຖິງປະສິດທິພາບ ແລະ ຜົນຂ້າງຄຽງທີ່ອາດຈະເກີດຂຶ້ນໄດ້ ເນື່ອງຈາກໄລຍະເວລາໃນການພັດທະນາວັກຊີນນັ້ນໄວເກີນໄປ ແລະ ຍັງເປັນວັກຊີນທີ່ບໍ່ຜ່ານການທົດລອງໃນຂັ້ນຕອນສຸດທ້າຢ່າງສົມບຸນເທື່ອ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...