spot_img
Homeຂ່າວຕ່າງປະເທດຣັດເຊຍສົ່ງລົດບັນທຸກເກືອບ 300 ຄັນ ຂົນເຄື່ອງຊ່ວຍເຫຼືອມະນຸດສະທຳ ແກ່ຜູ້ເຄາະຮ້າຍຈາກສົງຄາມໃນອູແກຣນ

ຣັດເຊຍສົ່ງລົດບັນທຸກເກືອບ 300 ຄັນ ຂົນເຄື່ອງຊ່ວຍເຫຼືອມະນຸດສະທຳ ແກ່ຜູ້ເຄາະຮ້າຍຈາກສົງຄາມໃນອູແກຣນ

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ສິງຫາ 2014 ວ່າ ເຈົ້າໜ້າທີ່ຣັດເຊຍໄດ້ຖະແຫຼງລະບຸ ຂະບວນລົດ

ຂົນສົ່ງຊ່ວຍເຫຼືອດ້ານມະນຸດສະທຳເກືອບ 300 ຄັນ ທີ່ລວມທັງອາຫານ ແລະ ເຄື່ອງຮັບໃຊ້ການແພດ ໄດ້ອອກຈາກ

ນະຄອນຫຼວງມົດສະກູ ເພື່ອມຸ່ງໜ້າໄປສູ່ພູມີພາກຕາເວັນອອກຂອງອູແກຣນແລ້ວ ເພື່ອແຈກຈ່າຍໃຫ້ພົນລະເຮືອນ

ທີ່ປະສົບກັບໄພສົງຄາມ ຈາກການສູ້ຮົບລະຫວ່າງກອງທັບອູແກຣນ ກັບກອງກຳລັງແບ່ງແຍກດິນແດນທີ່ສະຖາປະ

ນາແຍກໂຕເປັນ ສາທາລະນະລັດໂດເນດ ທາງແຂວງໂດເນດພາກຕາເວັນອອກຂອງອູແກຣນ ເຊິ່ງໄດ້ເປີດສາກສູ້

ຮົບກັນມາຕັ້ງແຕ່ກາງເດືອນເມສາ ແລະ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 1,500 ຄົນ ໂດຍຄາດວ່າຕ້ອງໃຊ້ເວລາ

ປະມານ 2 ມື້ ກໍຈະສົ່ງເຖິງມືຂອງຜູ້ເດືອດຮ້ອນຈາກສົງຄາມ, ທາງດ້ານລັດຖະບານອູແກຣນ ໄດ້ລະບຸຈະບໍ່ໃຫ້ຂະບວນ

ລົດຂອງຣັດເຊຍເຂົ້າມາຊາຍແດນ ໂດຍຈະໃຫ້ຂົນເຄື່ອງຍ້າຍຂຶ້ນລົດທີ່ອູແກຣນກຽມໄວ້ແທນ.

 

ໃນຂະນະທີ່ປະທານາທິບໍດີ ວາລາດີເມຍ ປູຕິນ ຂອງຣັດເຊຍ ຖະແຫລງເມື່ອວັນທີ 11 ສິງຫາ 2014 ຜ່ານມາວ່າ ພາລະ

ກິດຊ່ວຍເຫຼືອດ້ານມະນຸດສະທຳຂອງຣັດເຊຍ ມີຂຶ້ນດ້ວຍຄວາມຮ່ວມມືກັບຄະນະກຳມະການກາແດງສາກົນ (ICRC).

 

ດ້ານມະຫາອຳນາດຊາດຕາເວັນຕົກ ໄດ້ຖະແຫຼງເຕືອນຣັດເຊຍ ຢ່າໃຊ້ພາລະກິດດ້ານມະນຸດສະທຳ ເປັນຂໍ້ອ້າງບຸກດິນ

ແດນທາງພາກຕາເວັນອອກຂອງອູແກຣນ ເຊິ່ງໂຄສົກລັດຖະບານຂອງຣັດເຊຍໄດ້ຖະແຫຼງຕອບໂຕ້ວ່າ ເປັນເລື່ອງໄຮ້

ສາລະ ແລະ ຢ້ຳວ່າ ການຊ່ວຍເຫຼືອດັ່ງກ່າວເປັນເລື່ອງມະນຸດສະທຳໂດຍສິ້ນເຊີງ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...