spot_img
Homeຂ່າວຕ່າງປະເທດຣັດເຊຍປະກາດພາວະສຸກເສີນຫຼັງນໍ້າມັນກາຊວນ 20,000 ໂຕນຮົ່ວໄຫຼລົງສູ່ແມ່ນໍ້າ

ຣັດເຊຍປະກາດພາວະສຸກເສີນຫຼັງນໍ້າມັນກາຊວນ 20,000 ໂຕນຮົ່ວໄຫຼລົງສູ່ແມ່ນໍ້າ

Published on

ເວັບໄຊ sanook ລາຍງານວ່າ ໃນລະຫວ່າງການປະຊຸມທາງອອນລາຍເມື່ອວັນທີ 3 ມິຖຸນາທີ່ຜ່ານມາ ເພື່ອຫາລືກ່ຽວກັບການຈັດການນໍ້າມັນຮົ່ວໄຫຼນັ້ນ ປະທານາທິບໍດີ ວາລາດິເມຍ ປູຕິນ ຕັດສິນໃຈປະກາດພາວະສຸກເສີນຂອງລັດຖະບານກາງໃນເມືອງ ໂນຣິລ ຫຼັງຈາກເກີດເຫດການຮົ່ວໄຫຼຂອງນໍ້າມັນກາຊວນ 20,000 ໂຕນ ໃນພື້ນທີ່ດັ່ງກ່າວ.

ນໍ້າມັນກາຊວນກວ່າ 20,000 ໂຕນ ໄດ້ຮົ່ວໄຫຼໃນເຂດອຸດສາຫະກຳຂອງ Nadezhdinsky Metallurgical Plant ເຊິ່ງເປັນທຸລະກິດໃນເຄືອຂອງ Nornickel ຜູ້ປະກອບການເໝືອງແຮ່ ແລະ ໂລຫະລາຍໃຫຍ່ຂອງຣັດເຊຍ ຕັ້ງແຕ່ວັນທີ 29 ພຶດສະພາທີ່ຜ່ານມາ ສົ່ງຜົນໃຫ້ເກີດມົນລະພິດໃນແມ່ນໍ້າສາຍຕ່າງໆໃນທ້ອງຖິ່ນ.

ທາງດ້ານ ບໍລິສັດ Nornickel ໄດ້ຖະແຫຼງການຜ່ານເວັບໄຊວ່າ ສາເຫດຫຼັກທີ່ເຮັດໃຫ້ເກີດອຸບັດຕິເຫດໃນຄັ້ງນີ້ ມາຈາກຄວາມຮ້ອນພາຍໃຕ້ສະພາບອາກາດໜາວເຢັນ (Permafrost) ເຊິ່ງເຮັດໃຫ້ເກີດການເຄື່ອນໄຫວພາຍໃຕ້ຖັງກັກເກັບເຊື້ອເພີງ ແລະ ເຮັດໃຫ້ນໍ້າມັນຮົ່ວໄຫຼອອກມາ.

ໃນວັນທີ 30 ພຶດສະພາ ໜ່ວຍງານທ້ອງຖິ່ນຂອງຄະນະກຳມະທິການກວດສອບຂອງຣັດເຊຍໄດ້ເປີດການພິຈາລະນາຄະດີອາຍາເພື່ອເອົາຜິດກັບຜູ້ທີ່ມີສ່ວນຮັບຜິດຊອບຕໍ່ການຈັດເກັບເຊື້ອເພີງຢ່າງບໍ່ເໝາະສົມ ຈົນເຮັດໃຫ້ເກີດມົນລະພິດ ແລະ ຄວາມເສຍຫາຍອື່ນໆ ຕໍ່ສິ່ງແວດລ້ອມ ເນື່ອງຈາກສານເຄມີທີ່ມີອັນຕະລາຍຮ້າຍແຮງ.

ທັງນີ້, ຜູ້ນຳຣັດເຊຍໄດ້ສັ່ງການໃຫ້ມີການຈັດຕັ້ງຄະນະທຳງານເພື່ອຫຼຸດຜົນກະທົບດ້ານສິ່ງແວດລ້ອມ ອັນເນື່ອງມາຈາກການຮົ່ວໄຫຼຂອງນໍ້າມັນດັ່ງກ່າວໂດຍໄວທີ່ສຸດ ພ້ອມກັບສັ່ງການໃຫ້ໜ່ວຍງານດ້ານກົດໝາຍທຳການປະເມີນການດຳເນີນງານຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບເຫດການນີ້.

ນອກຈາກນີ້, ສຳນັກຂ່າວຊີນຫົວລາຍງານວ່າ ການປະກາດພາວະສຸກເສີນຂອງລັດຖະບານກາງຣັດເຊຍໄດ້ມີຂຶ້ນເມື່ອມີຈຳນວນຜູ້ທີ່ໄດ້ຮັບຜົນກະທົບຫຼາຍກວ່າ 500 ຄົນ ຫຼື ເກີດຄວາມເສຍຫາຍທາງວັດຖະມູນຄ່າເກີນກວ່າ 17.5 ລ້ານໂດລາ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...