spot_img
Homeນານາສາລະຢ່າໃຫ້ໂອກາດເຂົາ! ຖ້າແຟນເຮັດ 8 ສິ່ງນີ້ກັບເຮົາ ຍົກມືລາແລ້ວຫາໃໝ່

ຢ່າໃຫ້ໂອກາດເຂົາ! ຖ້າແຟນເຮັດ 8 ສິ່ງນີ້ກັບເຮົາ ຍົກມືລາແລ້ວຫາໃໝ່

Published on

ເພາະຄົນທຸກຄົນເມື່ອມາຢູ່ນໍາກັນ ລ້ວນແຕ່ມີບັນຫາຫຼາຍຢ່າງ ແຕ່ກໍມີຫຼາຍໆເລື່ອງທີ່ເຮົາຍອມໃຫ້ອະໄພໄດ້ ແລະຫຼາຍເລື່ອງທີ່ຜິດຈົນເກີນຈະໃຫ້ອະໄພ ຄົນເຮົາມັກມີຂໍ້ອ້າງໃຫ້ກັບຄວາມສໍາພັນທີ່ເຮົາມີໄດ້ສະເໝີ ພຽງເພາະບອກວ່າເຮົາຮັັກເຂົາ ແຕ່ຮູ້ບໍ່ວ່າການໃຫ້ອະໄພຄົນຜິດຊໍ້າໆ ຈະກາຍເປັນຄວາມສໍາພັນທີ່ບັນທອນຊີວິດເຮົາໄປຕະຫຼອດຊີວິດ ຫາກຍັງຢາກມີຊີວິດຄູ່ ຊີວິດຄອບຄົວທີ່ດີ ຢ່າປະໃຫ້ແຟນເຮັດສິ່ງນີ້ຕໍ່ເຈົ້າເດັດຂາດ ແລະຖ້າເຂົາເຮັດແລ້ວກໍຍົກມືລາ ແລະຫາຄົນໃໝ່ທີ່ດີກວ່າ.

  1. ທຳຮ້າຍຮ່າງກາຍ: ເມື່ອມັນເກີດຂຶ້ນຢ່າຄິດວ່າມັນເປັນສິ່ງທີ່ເຂົາບໍ່ຕັ້ງໃຈເຮັດ ໃຫ້ໂອກາດເຂົາອີກຄັ້ງເພາະການທໍາຮ້າຍຮ່າງກາຍເປັນຫາຍານະຂອງຈຸດເລີ່ມຕົ້ົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົົນຄວາມສໍາພັນ ເຈົ້າແນ່ໃຈແທ້ ຫຼືບໍ່ວ່່າຈະຢູ່ກັບຄົນທີ່ຕຸບຕີເຈົ້າໄປຕະຫຼອດຊີວິດ.
  2. ທໍາຮ້າຍທາງຈິດໃຈ ແລະຄໍາເວົ້າ: ການທໍາຮ້າຍນັ້ນບໍ່ແມ່ນພຽງແຕ່ທາງຮ່າງກາຍຢ່າງດຽວ ແຕ່ຖ້າເຂົາໃຊ້ຄໍາເວົ້າດູຖູກຫຍຽດຍາມ ເວົ້າໃຫ້ເຈົ້າຕ່າງໆນາໆ ມັນເຈັບຍິ່ງກວ່າການທໍາຮ້າຍຮ່າງກາຍຫຼາຍເທົ່າ ເມື່ອເຈົ້າຖືກທໍາຮ້າຍຈິດໃຈຕະຫຼອດ ເຈົ້າຈະເຮັດທຸກຢ່າງເພື່ອເອົາໃຈເຂົາຢ່າງດຽວ ແລະນັ້ນກໍບໍໍ່ແມ່ນຕົວເຈົ້າ ອັນເປັນສາເຫດຂອງຄວາມຄຽດ ແລະບໍ່ເປັນຕົວເອງ ເພາະສະນັ້ນຫາກບອກກັນແລ້ວເຕືອນກັນແລ້ວ ແລະຍັງບໍ່ເຊົາກໍຍົກມືລາດີກວ່າ.
  3. ເຮັດຄືເຈົ້າເປັນຕົວຕະຫຼົກ: ບໍ່ວ່າຈະເປັນຮູບຮ່າງຂອງເຈົ້າ, ນິໄສ, ຄວາມຄິດ ທຸກຢ່າງລ້ວນແຕ່ເປັນເລື່ອງຕະຫຼົກສໍາລັບເຂົາ ນັ້ນສະແດງວ່າເຂົາບໍ່ໄດ້ຮັກເຈົ້າແມ້ແຕ່ໜ້ອຍ ແຖມຍັງເບິ່ງສິ່ງທີ່ເຈົ້າເປັນວ່າມັນຊ່າງບໍ່ມີສາລະ.
  4. ເກັບຄວາມສໍາພັນຂອງເຈົ້າເປັນຄວາມລັບ: ຖ້າຮັກກັນແທ້ເຂົາຄືຊິບໍເກັບເປັນຄວາມລັບ ຕ້ອງມີອວດ, ມີໂຊວ, ສະແດງຄວາມເປັນເຈົ້າຂອງ ແຕ່ຖ້າເຂົາບໍ່ເຄີຍພາເຈົ້າໄປພົບພໍ່ແມ່, ໝູ່ຄູ່ ກໍຄວນຄິດທົນທວນວ່າເຈົ້າສໍາຄັນກັບເຂົາຢູ່ບໍ? ແລະຄວນໄປຕໍ່ ຫຼືຍົກມືລາ?
  5. ມິ່ນປະມາດຝັນ ຄວາມທະເຍີທະຍານຂອງເຈົ້າ: ມະນຸດທຸກຄົນລ້ວນແລ້ວແຕ່ມີສິດທີ່ຈະຄິດ, ຈະຝັນ, ຢາກເປັນໃນສິ່ງທີ່ຝັນ ແລະເຮົາສາມາດສ້າງເປົ້າໝາຍໃຫ້ກັບຕົນເອງໄດ້ ແລະຄົນດຽວທີ່ຊິເປັນກໍາລັງໃຈໃຫ້ເຮົາໄດ້ກັບມິ່ນປາມມາດ.
  6. ຕົວະເຈົ້າຢູ່ຕະຫຼອດ: ເພາະເປັນປັດໃຈຕົ້ນໆທີ່ສາວໆຫຼາຍຄົນເຊົາຄົບກັບແຟນ ຖ້າເຈົ້າເປັນຄົນໜຶ່ງທີ່ຍັງໃຫ້ໂອກາດເຂົາຢູ່ ລອງຄິດເບິ່ງດີໆວ່າຕອນທີ່ເຂົາຂໍໂທດເຈົ້າ ເຂົາຮູ້ຜິດຈາກໃຈຈິງ ຫຼືບໍ່ ແລະຍັງເຮັດອີກບໍ?
  7. ເຮັດໃຫ້ເຈົ້າຮູ້ສຶກບໍ່ມີຄ່າໃນຕົນເອງ: ເຮົາເກີດມາໃນແບບທີ່ເຮົາຄວນຈະເປັນ ແລະບໍ່ຄວນມີໃຜມີສິດມາດ່າມາເວົ້າໃນສິ່ງທີ່ເຮົາເປັນໄດ້ ໂດຍສະເພາະກັບຄົນທີ່ເຮົາຄິດຈະຝາກຊີວິດໄວ້ກັບເຂົາໃນອະນາຄົດ:
  8. ເຮັດໃຫ້້ຄວາມສໍາພັນອື່ນໆທີ່ເຮົາມີຫຼຸດລົງ: ໝູ່, ຄອບຄົວ ຢ່າປະໃຫ້ເຂົາມີອໍານາດຄວບຄຸມຄວາມສໍາພັນເຫຼົ່ານີ້ຂອງເຈົ້າ ເພາະເຈົ້າອາດຈະບໍ່ມີໃຜເລີຍໃນບັນປາຍຂອງຊີວິດ ທັງໝູ່ ແລະຄອບຄົວ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...