spot_img
Homeຂ່າວຕ່າງປະເທດຢູເຄຣນຖືກລູກສອນໄຟຍິງໃສ່ ເສຍຊີວິດແລ້ວ 23 ຄົນ

ຢູເຄຣນຖືກລູກສອນໄຟຍິງໃສ່ ເສຍຊີວິດແລ້ວ 23 ຄົນ

Published on

ທາງການຢູເຄຣນເປີດດຜີຍວ່າ ມີລູກສອນໄຟຍິງໃສ່ເມືອງທີ່ໃກ້ກຸງຄີຟ ຖືກອາຄານທີ່ຢູ່ອາໄສ ເຮັດໃຫ້ມີຜູ້ເສຍຊີວີດແລ້ວ 23 ຄົນ ບາດເຈັບອີກຈຳນວນຫຼາຍ.

ອ້າງອີງຈາກ  ABC News Australia ໄດ້ລາຍງານວ່າ: ລັດຖະບານຢູເຄຣນໄດ້ກ່າວວ່າ ກອງທັບທະຫານຣັດເຊຍ ຍິງລູກສອນໄຟ ມິສໄຊ 3 ລູກ ໃສ່ເມືອງວິນນິດເຊຍ ທາງຕະເວັນຕົກສຽງໃຕ້ຂອງກຸງຄີຟ ໃນວັນທີ 14 ກໍລະກົດ 2022 ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 23 ຄົນ ໃນນັ້ນມີເດັກນ້ອຍ 3 ຄົນ ແລະ ມີຄົນບາດເຈັບອີກ 66 ຄົນ ກຳລັງຮັບການຮັກສາທີ່ໂຮງໝໍ.

ເຈົ້າໜ້າທີ່ຢູເຄຣນລະບຸວ່າ ຈາກການໂຈມຕີດັ່ງກ່າວ ມັນຖືກບ່ອນຈອດລົດໃນເຂດອາຄານສຳນັກງານແຫ່ງໜຶ່ງ ໃນເວລາ 10:50 ໂມງ ຕາມເວລາທ້ອງຖິ່ນ ແລະ ສ້າງຄວາມເສຍຫາຍແກ່ອາຄານທີ່ຢູ່ອາໄສ 3 ຫຼັງໃນເຂດຕອນກາງຂອງເມືອງວິນນິສເຊຍ.

ຂະນະທີ່ລັດຖະມົນຕີກະຊວງພາຍໃນເປີດເຜີຍວ່າ ມີຜູ້ຖືກຈັບ ຫຼັງຈາກການໂຈມຕີດັ່ງກ່າວນີ້ ປະມານສິບຄົນ ແລະ ກຳລັງຖືກຕຳຫຼວດ ແລະ ເຈົ້າໜ້າທີ່ຄວາມໝັ້ນຄົງກວດສອບຢູ່.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...