spot_img
Homeຂ່າວທ້ອງຖິ່ນຢູນິເຊຟ ຈະສົ່ງວັກຊິນປ້ອງກັນໂຄວິດ-19 ໃຫ້ປະເທດທຸກຍາກ

ຢູນິເຊຟ ຈະສົ່ງວັກຊິນປ້ອງກັນໂຄວິດ-19 ໃຫ້ປະເທດທຸກຍາກ

Published on

ຕາມຂ່າວ ລອນດອນ ຂອງອັງກິດ, ວັນທີ 23 ພະຈິກ 2020 ໃຫ້ຮູ້ວ່າ  ອົງການທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫຼື ຢູນິເຊຟ (UNICEF) ຈະຈັດສົ່ງວັກຊິນປ້ອງກັນພະຍາດໂຄດ-19 ເກືອບ  2.000 ລ້ານໂດສ ໃຫ້ແກ່ກຸ່ມປະເທດພວມພັດທະນາໃນປີໜ້າ. 

ຢູນິເຊຟ ລະບຸວ່າ ອົງການນີ້ ພວມປະສານງານ ກັບ ສາຍການບິນ ແລະ ບໍລິສັດ ຂົນສົ່ງ ສິນຄ້າຫຼາຍກວ່າ 350 ແຫ່ງ ເພື່ອຈັດສົ່ງ ວັກຊິນ ດັ່ງກ່າວ ແລະ ຫລອດສັກຢາ 1.000 ລ້ານຫຼອດ ໃຫ້ແກ່ ກຸ່ມປະເທດ ທີ່ທຸກຍາກ ເຊັ່ນ: ບຸຣຸນດີ, ອາຟະການິດສະຖານ ແລະ ເຢເມນ, ເຊິ່ງເປັນ ສ່ວນໜຶ່ງ ຂອງ ໂຄງ ການ ໂຄແວກ(COVAX)  ທີ່ເປັນແຜນງານ ຈັດສັນວັກຊິນປ້ອງກັນ ພະຍາດໂຄວິດ-19 ຮ່ວມກັບ ອົງ ການອະນາໄມໂລກ. 

ຜູ້ອຳນວຍການ ຝ່າຍ ຈັດຫາ ຢູນິເຊຟ ລະບຸວ່າ: ການຮ່ວມມື ທີ່ເກີດຂື້ນ ຈະດຳເນີນຕໍ່ໄປ ຈົນເຖິງ ຢູນິເຊຟໝັ້ນໃຈວ່າມີຂິດຄວາມສາມາດທີ່ພຽງພໍໃນການຈັດສົ່ງ ວັກຊິນ ຄັ້ງສຳຄັນ ທີ່ສຸດ ໃນປະຫວັດສາດ ແລະ ອົງການ ຕ້ອງອາໄສ ຄວາມຮ່ວມມື ຈາກທຸກຝ່າຍ ໃນການຈັດສົ່ງ ວັກຊິນ ປ້ອງກັນ ແລະ ຫລອດສັກຢາ ແລະ ອຸປະກອນ ປ້ອງກັນສ່ວນບຸກຄົນ ເພື່ອປ້ອງກັນ ເຈົ້າໜ້າທີ່ປະຕິບັດງານໃນແນວໜ້າທົ່ວ ໂລກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...