spot_img
Homeຂ່າວທ້ອງຖິ່ນຢີ່​ປຸ່ນ​ຊ່ວຍ​ເຫລືອ 1 ແສນກວ່າ​ໂດ​ລ​າ​ກໍ່​ສ້າງ​ຫໍ​ສະ​ໝຸ​ດ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຂວງ​ວຽງ​ຈັນ

ຢີ່​ປຸ່ນ​ຊ່ວຍ​ເຫລືອ 1 ແສນກວ່າ​ໂດ​ລ​າ​ກໍ່​ສ້າງ​ຫໍ​ສະ​ໝຸ​ດ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຂວງ​ວຽງ​ຈັນ

Published on

ໃນ​ວັນ​ທີ 1 ມີ​ນາ 2019 ລັດ​ຖະ​ບານ​ຢີ່​ປຸ່ນ​ໄດ້​ເຊັນ​ສັນ​ຍ​າ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ຫໍ​ສະ​ໝຸດ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຂວງວຽງ​ຈັນ​ຈຳ​ນວນ 170.429 ໂດ​ລາ ໂດຍ​ມີ​ທ່ານ ທາ​ເຄ​ຊິ ຮີ​ຄິ​ຮາ​ຣະ ເອກ​ອັກ​ຄະ​ຣາ​ຊະ​ທູດ​ຢີ່​ປຸ່ນ ​ປະ​ຈຳ ສ​ປ​ປ​ລາວ, ທ່ານ ຄຳ​ຜາຍ ສີ​ສະ​ຫວັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ທ່ານ ນາງ ຈັນ​ທະ​ສອນ ອິນ​ທະ​ວົງ ຕົວ​ແທນ​ຈ​າກ​ອົງ​ການ​ເດັກ​ນ້ອຍ​ລາວ ເຊິ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​​ສັງ​ກັດ​ລັດ​ຖະ​ບານ​ຢີ່​ປຸ່ນ ພ້ອມ​ດ້ວຍພະ​ນັກ​ງານ ແລະ ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ສໍ​າ​ລັບ​ໂຄງ​ການ​ພັດ​ທະ​ນາ​ເດັກ​ນ້ອຍ​ລາວ​ຜ່ານ​ການ​ສົ່ງ​ເສີມ​ການ​ອ່ານ ແລະ ກໍ່​ສ້າງ​ຫໍ​ສະ​ໝຸດ​ໃນ​ໂຮງ​ຮຽນ​ມັດ​ທ​ະ​ຍົມ​ແຂວງວຽ​ງ​ຈັນຄັ້ງ​ນີ້ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ສ້າງ​ສັງ​ຄົມ​ໃຫ້​ມີ​ຄວາມ​ເທົ່າ​ທຽມ ແລະ ສະ​ຫງົບ​ສຸກ ໂດຍ​ສົ່ງ​ເສີມ​ການ​ອ່ານ​ໃຫ້​ແກ່​ນ້ອງ​ນັກ​ຮຽນ ເຊິ່ງ​ການ​ສ້າງ​ຫໍ​ສະ​ໝຸດ​ຄັ້ງ​ນີ້​ປະ​ກອບ​ມີ 3ຫ້ອງ  ແລະ 3ແຫ່ງ​ຢູ່​ແຂວງວຽງ​ຈັນ. ນອກ​ຈາກ​ນີ້​ຍັງ​ຈະ​ມອບ​ປຶ້ມ ແລະ ຝຶກ​ອົບ​ຮົມ​ອາ​ຈານ​​ສົ່ງ​ເສີມ​ຄວາມ​ຮູ້​ດ້ານ​ການ​ອ່ານ ແລະ ຊຸກ​ຍູ້​ໃຫ້​ນັກ​ຮຽນ​ອ່ານ​ໂດຍ​ຕົນ​ເອງ.

ອົງ​ການ​ເດັກ​ນ້ອຍ​ລາວ(ALC) ໄດ້​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ໃນ ສ​ປ​ປ ລາວ  ແລະ ຢີ່​ປຸ່ນ ເພື່ອ​ສົງ​ເສີມ​ການ​ເຕີບ​ໂຕ​ທີ່​ດີ​ຂອງ​ເດັກ​ນ້ອຍ​ລາວ​ໃນ​ປີ 214 ແລະ ໄດ້​ຈັດ​ຕັ້ງ​ປະ​ຕິບັດ​ຊ່ວຍ​ເຫຼືອ​ຫໍ​ສະ​ໝຸດ​ໃນ​ນະ​ຄອນ​ຫລວງວຽງ​ຈັນ​ໃນ​ປີ​ຜ່ານ​ມາ.

 

 

 

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...