spot_img
Homeຂ່າວຕ່າງປະເທດຢາປິ່ນປົວໂຣກເອດໃກ້ເປັນຈິງ! ຫລັງນັກວິໄຈທົດສອບວັກແຊັງ ກຳຈັດໄວຣັສ HIV ອອກຈາກຮ່າງກາຍ!

ຢາປິ່ນປົວໂຣກເອດໃກ້ເປັນຈິງ! ຫລັງນັກວິໄຈທົດສອບວັກແຊັງ ກຳຈັດໄວຣັສ HIV ອອກຈາກຮ່າງກາຍ!

Published on

ແອັດມິນເຫັນບົດຄວາມໜຶ່ງຈາກ ເພຈວິທະຍາສາດ ຊຶ່ງໄດ້ຂຽນຂ່າວດີຈາກນັກວິໄຈຢູ່ອັງກິດ ທີ່ກຳລັງທົດລອງວັກແຊງຮັກສາໂຣກເອດ ໂດຍມີອາສາຮ່ວມທົດລອງຈຳນວນ 50 ຄົນ ຊຶ່ງບັນຫາຂອງການຮັກສາເອດໃນປັດຈຸບັນ ແມ່ນເຮົາສາມາດຮັກສາໄດ້ສະເພາະປະຄອງບໍ່ໃຫ້ອາການຫນັກ ແຕ່ບໍ່ສາມາດກຳຈັດໄວຣັສ HIV ທີ່ເປັນໂຕການອອກໄປຈາກຮ່າງກາຍໄດ້ ເນື່ອງຈາກ HIV ສາມາດລີ້ລະບົບພູມຕ້ານທານໄດ້ ເຮັດໃຫ້ບໍ່ສາມາດກຳຈັດໄດ້ 100%.

ແຕ່ການຄຶດຄົ້ນຢາຮັກສາແບບໃຫມ່ນີ້ ມີການແບ່ງການຮັກສາອອກເປັນ 2 ຂັ້ນຕອນ:
1. ໃຊ້ວັກແຊັງທີ່ຊ່ອຍໃຫ້ຮ່າງກາຍ ສາມາດແຍກຈຸລັງທີ່ຕິດເຊື້ອໄວຣັສ ເພື່ອໃຫ້ຢາກຳຈັດໄວຣັສອອກຈາກຮ່າງກາຍ
2. ນຳໃຊ້ຢາທີ່ຄຶດຄົ້ນຂຶ້ນມາໃຫມ່ຊື່ວ່າ Vorinostat ເຊິ່ງຈະໄປເຮັດໃຫ້ລະບົບພູນຕ້ານທານຂອງຮ່າງກາຍ ກວດຈັບຈຸລັງທີ່ມີເຊື້ອລີ້ຢູ່ໄດ້.

ວິທີຮັກສາແບບໃຫມ່ນີ້ ທີມວິໃຈກ່າວວ່າ ສາມາດກຳຈັດໄວຣັສ HIV ທັງຫມົດທີ່ມີໃນຮ່າງກາຍໄດ້ ໃນກຸ່ມຕົວຢ່າງທີ່ອາສາເຂົ້າທົດສອບ ຢາ ມີຊາຍອັງກິດໄວ 44 ປີ ທີ່ຜົນການຮັກສາຄືບຫນ້າໄປຫລາຍກວ່າຫມູ່ ແລະ ທີມວິໄຈແຈ້ງວ່າ ພວກເຂົາໃກ້ຈະເຊົາຈາກໂຣກເອດແລ້ວ ຖ້າຫາກວ່າຢານີ້ໄດ້ຜົນ ກໍຖືວ່າຈະເປັນຄັ້ງທຳອິດຂອງໂລກ ທີ່ເຮົາສາມາດປິ່ນປົວຜູ່ປ່ວຍໂຣກເອດໃຫ້ຫາຍຂາດ ແລະ ສາມາດກຳຈັດໄວຣັສ HIV ອອກຈາກຮ່າງກາຍຈົນຫມົດໄດ້.

 

ຂອບໃຈຂໍ້ມູນດີໆຈາກ: ວິທະຍາສາດ https://www.facebook.com/laosci/

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...