spot_img
HomeBaby-ແມ່ແລະເດັກຢາກໃຫ້ລູກນ້ອຍຫັນມາມັກກິນຜັກຄວນອ່ານ

ຢາກໃຫ້ລູກນ້ອຍຫັນມາມັກກິນຜັກຄວນອ່ານ

Published on

ສຳລັບລູກຂອງໃຜທີ່ບໍ່ມັກກິນຜັກຄວນອ່ານທາງນີ້ ເພາະໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດຈະມານຳສະເໜີ ເທັກນິກຊ່ວຍໃຫ້ລູກຫັນມາສົນໃຈໃນການກິນຜັກ ເຊິ່ງຈະມີແນວໃດນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ

1. ໝັ່ນໃຫ້ລູກກິນແກງຜັກ

ເດັກນ້ອຍທີ່ມີອາຍຸ 6 ເດືອນຂຶ້ນໄປ ສາມາດກິນອາຫານອ່ອນໆນອກຈາກນົມໄດ້ແລ້ວ ດັ່ງນັ້ນຈິ່ງເປັນຊ່ວງເວລາທີ່ແມ່ສາມາດສອນໃຫ້ລູກເລີ່ມກິນຜັກໄດ້

2. ປຸງອາຫານໃຫ້ຖືກໃຈລູກ

ຣົດຊາດຂອງອາຫານກໍ່ເປັນສ່ວນໜຶ່ງທີ່ສຳຄັນທີ່ຈະຊ່ວຍໃຫ້ລູກມັກກິນຜັກໄດ້ ທ່ານຄວນເລືອກເມນູອາຫານທີ່ລູກຂອງທ່ານມັກມາເຮັດໃຫ້ກິນ ແລະ ຕ້ອງເປັນອາຫານທີ່ມີສ່ວນປະສົມຂອງຜັກຢູ່ນຳທຸກຄັ້ງ

3. ແຕ່ງໜ້າອາຫານໃຫ້ສວຍງາມ

ນອກຈາກຣົດຊາດແຊບແລ້ວ ອີກໜຶ່ງສິ່ງທີ່ຈະຊ່ວຍກະຕຸ້ນໃຫ້ລູກຢາກກິນອາຫານກໍ່ຄື ສີສັນ ແລະ ໜ້າຕາຂອງອາຫານ

4. ປ່ຽນຈາກການບັງຄັບລູກກິນຜັກມາເປັນການຊວນກິນ

ການບັງຄັບນອກຈາກຈະເຮັດໃຫ້ລູກບໍ່ຍອມກິນຜັກແລ້ວ ອາດເກີດການຕໍ່ຕ້ານ ແລະ ອາດຝັງໃຈຈົນເຮັດໃຫ້ບໍ່ຢາກກິນຜັກເລີຍ

5. ສອນໃຫ້ລູກຊ່ວຍເຮັດອາຫານ

ເມື່ອລູກໄດ້ເຮັດອາຫານຈານທີ່ຕົນເອງຈະກິນນັ້ນ ນອກຈາກຈະເຮັດໃຫ້ລູກມີຄວາມຮູ້ສຶກມ່ວນແລ້ວຍັງເຮັດໃຫ້ລູກຢາກກິນອາຫານທີ່ຕົນເອງເຮັດອີກດ້ວຍ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...