spot_img
Homeຂ່າວອຸບັດຕິເຫດຢອກກັນ ຈົນນຳພາສູ່ເຫດມີດສຽບຫົວກັນ!

ຢອກກັນ ຈົນນຳພາສູ່ເຫດມີດສຽບຫົວກັນ!

Published on

ໃນວັນທີ 11 ກັນຍາ 2023 ເວລາປະມານ 10:00 ໂມງຜ່ານມາ, ເກີດເຫດມີເດັກຢອກກັນຈົນມີປາກສຽງ ຈຶ່ງເປັນເຫດລົງມືດຶກມີດສຽບຄາຫົວ ຈົນບາດເຈັບ ທີ່ບ້ານເທດສະບານເມືອງຕະໂອ້ຍ, ແຂວງສາລະວັນ.

ຈາກການສອບຖາມເອື້ອຍຜູ້ບາດເຈັບໄດ້ເລົ່າວ່າ: ກ່ອນເກີດເຫດນ້ອງຊາຍຂອງຕົນອາຍຸ 12 ປີ (ນ້ອງຫຼ້າ) ໄດ້ໄປຊື້ນ້ຳຢູ່ເຮືອນຂອງຄູ່ກໍລະນີ ເຊິ່ງອາຍຸພຽງ 16 ປີ ຢູ່ຂ້າງບ້ານກັນ, ເທື່ອທຳອິດແມ່ນບໍ່ມີຫຍັງເກີດຂຶ້ນ, ຕໍ່ມານ້ອງຊາຍໄດ້ໄປຊື້ອີກຮອບທີ 2 ໄດ້ມີການຢອກກວນກັນ ຈົນມີປາກສຽງ ຈຶ່ງເປັນສາເຫດລົງມືດຶກມີດສຽບຫົວນ້ອງຂອງຂ້າພະເຈົ້າ, ຫຼັງຈາກນັ້ນທາງຄອບຄົວກໍໄດ້ພານ້ອງໄປໂຮງໝໍເພື່ອຮັກສາຢ່າງເລັ່ງດ່ວນ ທີ່ໂຮງໝໍເມືອງຕະໂອ້ຍ ແຂວງສາລະວັນ.

ປັດຈຸບັນ, ຜູ້ບາດເຈັບແມ່ນປອດໄພແລ້ວ ແລະ ທາງຄອບຄົວຜູ້ກໍ່ເຫດກໍໄດ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດຈົນກວ່າທາງຜູ້ບາດເຈັບຈະຫາຍດີ. ທັງນີ້, ຝາກເຕືອນພໍ່ແມ່ທຸກຄົນທີ່ມີລູກນ້ອຍທີ່ຢູ່ໃນຊ່ວງກຳລັງດື້ ໃຫ້ລະມັດລະວັງ ແລະ ຕິດຕາມເບິ່ງເປັນພິເສດເພື່ອບໍ່ໃຫ້ເກີດເຫດການດັ່ງຂ້າງເທິງນີ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...