spot_img
Homeຂ່າວຕ່າງປະເທດມຽນມາ ​ຕັ້ງ​ເປົ້າ​ພັດທະນາ​ຊົນນະບົດເພື່ອ​ສ້າງ​ຄວາມ​ເທົ່າທຽມ

ມຽນມາ ​ຕັ້ງ​ເປົ້າ​ພັດທະນາ​ຊົນນະບົດເພື່ອ​ສ້າງ​ຄວາມ​ເທົ່າທຽມ

Published on

ຄະນະ​ລັດຖະມົນຕີ​ທີ່​ມາ​ຈາກ​ການ​ເລືອກ​ຕັ້ງ​ແບບເສລີ​ເປັນ​ເທື່ອ​ທຳ​ອິດ​ຂອງ​ມຽນມາ​ໃນ​ຮອບ​ກວ່າ​ເຄິ່ງສັດຕະວັດ ຈະ​ມຸ່ງ​ເນັ້ນ​ຄວາມ​ເທົ່າ​ທຽມ​ທາງ​ດ້ານ​ລາຍ​ໄດ້, ການ​ພັດທະນາ​ຊົນນະບົດ ​ແລະ ການ​ກະ​ຕຸ້ນ​ລາຍ​ໄດ້​ງົບປະມານ​ການ​ເງິນ.

ທ່ານ ຈໍ ວິນ ​ວ່າ​ທີ່ລັດຖະມົນ​ຕີວ່າການ​ກະຊວງ​ການ​ເງິນ​ມຽນມາຄົນ​ໃໝ່​ກ່າວ​ວ່າ ການ​ເບິ່ງ​ພຽງ​ແຕ່​ຕົວ​​ເລກ​ລວມຈີ​ດີ​ພີຂອງ​ປະ​ເທດ​ນັ້ນ​ບໍ່​ແມ່ນ​ວິທີ​ທີ່​ຖືກ​ທີ່​ຈະ​ປະ​ເມີນ​ສະພາບ​ເສດຖະກິດ​ຂອງ​ປະ​ເທດ ​ແລະ ອື່ນໆ ໂດຍ 70% ຂອງ​ປະຊາກອນ​ອາ​ໄສ​ຢູ່​​ໃນ​ພື້ນ​ທີ່​ຊົນນະບົດ ຄົນ​ເຫຼົ່າ​ນີ້​ເປັນ​ຄົນ​ທຸກ​ຍາກ ​ແລະ ບໍ່​ມີ​ລາຍ​ໄດ້​ພຽງພໍ ດັ່ງ​ນັ້ນ ​ພວກ​ເຂົາ​ຈິ່ງ​ເຫັນຄວາມ​ສຳຄັນ​ອັນ​ດັບ​ທຳ​ອິດ​ຂອງ​ເຮົາ; ທ່ານລະບຸ​ອີກວ່າ ກະສິກຳ​ເປັນ​ສິ່ງ​ຈຳ​ຫຼາຍ​ສຳລັບ​ຊົນນະບົດ ​ແລະ ​ໃຫ້​ຄຳ​ໝັ້ນ​ວ່າ ຈະ​ມຸ່ງປັບປຸງ​ໄຟຟ້າ ​ແລະ ການ​ຄົມມະນາຄົມ​ຂົນ​ສົ່ງ​ໃນ​ພື້ນ​ທີ່​ຊົນ​ນະ​ບົດ, ລັດຖະມົນຕີ​ໃໝ່​ທ່ານນີ້​ຍັງ​ຕ້ອງ​ປະ​ເຊີນ​ຕໍ່​ພາລະກິດ​ທີ່​ໜັກ​ໃນ​ການ​ປັບປຸງ​ການ​ເງິນ​ຂອງ​ປະ​ເທດ.

ກອງ​ທຶນ​ການ​ເງິນ​ລະຫວ່າງປະເທດ ຫຼື ​ໄອ​ເອມັ​ເອຟ ​ເຕືອນ​ມຽນມາ​ໃນ​ເດືອນ​ກັນຍາ​ທີ່​ຜ່ານ​ມາ​ວ່າ ຖ້າ​ຫາກ​ມຽນມາ​ບໍ່​ປະຕິ​ຮູບ​ອາດ​ຫຼຸດຜ່ອນການ​ເຕີບ​ໂຕ​ທາງ​ເສດຖະກິດ​​ໃນ​ໄລຍະ​ສັ້ນ ມຽນມາ​ສ່ຽງ​ເພິ່ງ​ພາ​ເງິນ​ທຶນ​ສຳຮອງ​ສາກົນທີ່​ພຽງພໍ​ຮັບຮອງ​ການ​ນຳ​ເຂົ້າ​ພຽງ 3 ​ເດືອນ ​ແລະ ຂາດ​ດຸນ​ການ​ເງິນ, ທ່ານ ຈໍ​ ວິນກ່າວ​ວ່າ ​ແທນ​ທີ່​ຈະ​ຊອກ​ຫາ​ການ​ທ້ອນ​ເງິນ​ຜ່ານ​ການ​ປັບ​ຂຶ້ນ​ພາສີ ພັກ​ເອັນ​ແອລດີ ຈະ​ພະຍາຍາມ​ທີ່​ຈະ​ປິດ​ຊ່ອງ​ວ່າງ​ເພື່ອ​ເພີ່ມ​ລາຍ​ໄດ້​ງົບປະມານ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...