spot_img
Homeຂ່າວຕ່າງປະເທດມຽນມາ ປະຫານຊີວິດ 4 ຄົນທີ່ເຄື່ອນໄຫວຮຽກຮ້ອງປະຊາທິປະໄຕ

ມຽນມາ ປະຫານຊີວິດ 4 ຄົນທີ່ເຄື່ອນໄຫວຮຽກຮ້ອງປະຊາທິປະໄຕ

Published on

ລັດຖະບານມຽນມາ ປະຫານຊີວິດ 4 ຄົນທີ່ເຄື່ອນໄຫວຮຽກຮ້ອງປະຊາທິປະໄຕທີ່ໄດ້ຖືກຫາຊ່ວຍເຫຼືອຜູ້ກໍ່ການຮ້າຍ.

ອ້າງອີງຈາກ ABC Australia News ລາຍງານວ່າ ຜູ້ເຄື່ອນໄຫວ 4 ຄົນ ແມ່ນຜູ້ຊາຍ ໄດ້ຖືກປະຫານຊີວິດໃນເດືອນມັງກອນທີ່ຜ່ານມາ ໄດ້ພິຈາລະນາຄະດີແບບປິດລັບ, ພວກເຂົາໄດ້ຖືກກ່າວຫາວ່າຊ່ວຍເຫຼືອອົງກອນກຳລັງຕິດອາວຸດ ໃນການຕໍ່ສູ້ກັບກອງທັບທີ່ຍຶດອຳນາດຜ່ານທາງການລັດຖະປະຫານ ແລະ ປາບປາມຜູ້ທີ່ເຫັນຕ່າງດ້ວຍຄວາມຮຸນແຮງ ຈົນເກີດເຫດການປະທ້ວງໃນປະເທດຢ່າງຮຸນແຮງ.

ທັງ 4 ຄົນ ໄດ້ຖືກຂໍ້ກ່າວຫາ ພາຍໃຕ້ກົດໝາຍຕ້ານການກໍ່ການຮ້າຍ ແລະ ກົດໝາຍອາຍາ, ການລົງໂທດໄດ້ຖືກດຳເນີນໄປຕາມຂັ້ນຕອນຂອງຄຸກ ໂດຍບໍ່ໄດ້ໃຫ້ລາຍລະອຽດ, ເຊິ່ງການ​ປະຫານ​ຊີວິດ​ໃນ​ມຽນມາ​ກ່ອນ​ໜ້າ​ນີ້​ແມ່ນການ​ແຂວນ​ຄໍ.

ການປະຫານຊີວິດນັກເຄື່ອນໄຫວທາງການເມືອງ ຖືວ່າເປັນການປະຫານຄັ້ງທຳອິດໃນອາຊີຕາເວັນອອກສຽງໃຕ້ ໃນຮອບຫຼາຍທົດສະວັດ, ເຊິ່ງການປະຫານຊີວິດໃນເທື່ອນີ້ ຖືກເບິ່ງວ່າເປັນການແກ້ແຄ້ນໂດຍລັດຖະບານຜະເດັດການຕໍ່ຝ່າຍກົງຂ້າມຂອງການປົກຄອງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...