spot_img
Homeຂ່າວຕ່າງປະເທດມຽນມາໃຊ້ປືນແທ້ຍິງຜູ້ປະທ້ວງເສຍຊີວິດ 18 ຄົນ

ມຽນມາໃຊ້ປືນແທ້ຍິງຜູ້ປະທ້ວງເສຍຊີວິດ 18 ຄົນ

Published on

ສຳນັກຂ່າວ NPR ລາຍງານໃຫ້ຮູ້ວ່າ ເມື່ອວັນທີ 28 ກຸມພາ 2021 ກອງກຳລັງຄວາມໝັ້ນຄົງມຽນມາຍິງປືນໃສ່ກຸ່ມຜູ້ປະທ້ວງຕໍ່ຕ້ານລັດຖະບານທະຫານໃນຫຼາຍເມືອງ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ແລະ ຈັບກຸມຕົວຜູ້ປະທ້ວງແລ້ວຫຼາຍກວ່າ 850 ຄົນ.

ເມື່ອວັນທີ 28 ກຸມພາ 2021 ເກີດເຫດການນອງເລືອດໃນມຽນມາຄັ້ງໃຫຍ່ທີ່ສຸດ ນັບຕັ້ງແຕ່ເກີດລັດຖະປະຫານເມື່ອວັນທີ 1 ມີນາ 2021 ເມື່ອຕຳຫຼວດປາບປາມຈາລະຈົນໃຊ້ແກ໊ສນໍ້າຕາ, ປືນຢາງ ແລະ ປືນແທ້ຍິງສະຫຼາຍຜູ້ຊຸມນຸມປະທ້ວງກັນໃນເມືອງໃຫຍ່ຫຼາຍເມືອງຂອງປະເທດ ທັງນະຄອນຢາງກຸ້ງ, ມັນທະເລ ແລະ ເມືອງທວາຍ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຢ່າງໜ້ອຍ 18 ຄົນ,​ມີຜູ້ບາດເຈັບ 30 ຄົນ ພາຍວັນດຽວ. ໂດຍກອງທັບມຽນມາສົ່ງກຳລັງທະຫານເຂົ້າມາເສີມກຳລັງຕຳຫຼວດເພື່ອປາບປາມຜູ້ຊຸມນຸມຕ້ານລັດຖະປະຫານຢ່າງສະຫງົບດ້ວຍການໃຊ້ມາດຕະການຜະເດັດການ ທີ່ບໍ່ມີທ່າທີຈະເຊື່ອຟັງເລີຍ.

ສຳນັກຂ່າວຣອຍເຕີລາຍງານວ່າ ຕຳຫຼວດມຽນມາໄດ້ໃຊ້ລູກປືນແທ້ຍິງໃສ່ກຸ່ມຜູ້ປະທ້ວງທີ່ເມືອງທວາຍ ທາງພາກໃຕ້ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ບາດເຈັບຫຼາຍຄົນ ນອກຈາກນັ້ນຍັງມີຜູ້ຊຸມນຸມຖືກຕຳຫຼວດຍິງດ້ວຍລູກປືນແທ້ເສຍຊີວິດທີ່ມັດທະເລອີກ 2 ຄົນ ແລະ ກ່ອນໜ້ານີ້ມີຜູ້ເສຍຊີວິດໃນເມືອງຢາງກຸ້ມ 4 ຄົນ ລວມທັງມີຜູ້ປະທ້ວງຖືກຍິງເສຍຊີວິດໃນເມືອງ ພະໂຄ, ເມືອງມະຣິດ ແລະ ເມືອງປະໂຄະກູອີກດ້ວຍ ຂະນະທີ່ມີຜູ້ຖືກຄວບຄຸມຕົວທົ່ວປະເທດແລ້ວຫຼາຍກວ່າ 580 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...