spot_img
Homeຂ່າວຕ່າງປະເທດມຽນມາປ່ອຍນັກໂທດ 9.500ຄົນ ສະຫຼອງປີໃໝ່

ມຽນມາປ່ອຍນັກໂທດ 9.500ຄົນ ສະຫຼອງປີໃໝ່

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຢ້າງກຸງ ປະເທດມຽນມາ ເມື່ອວັນທີ 17 ເມສາ 2019 ວ່າ ລັດຖະບານມຽນມາ ໄດ້ປ່ອຍນັກໂທດ 9.535 ຄົນ ໃນນັ້ນລວມເຖິງນັກໂທດທີ່ເປັນຊາວຕ່າງຊາດ 16 ຄົນ ທີ່ໄດ້ຮັບການອະໄພຍະໂທດ ເນື່ອງໃນໂອກາດເທດສະການວັນຂຶ້ນປີໃໝ່ຂອງຊາວພຸດມຽນມາ ທີ່ຮຽກວ່າ ຕິງຈັງ.

ຊາວຕ່າງຊາດ 16 ຄົນທີ່ໄດ້ຮັບການປ່ອຍຕົວຈະຖືກເນລະເທດອອກຈາກມຽນມາ, ທ່ານ ອ່ອງ ມຽນ ຈໍ ຕົວແທນກຸ່ມສິດທິມະນຸດ ທີ່ຊ່ວຍເຫຼືອນັກໂທດການເມືອງໃນມຽນມາໄດ້ເປີດເຜີຍວ່າ ໃນບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້ ມີນັກໂທດການເມືອງລວມຢູ່ 2 ຄົນ ແຕ່ບໍ່ລວມນັກຂ່າວ 2 ຄົນຂອງສຳນັກຂ່າວຣອຍເຕີ ເຊິ່ງຖືກສານຕັດສິນໃຫ້ຕິດຄຸກ 7 ປີ ໃນຄວາມຜິດຕາມກົດໝາຍຄວາມລັບຂອງຣາຊະການ ຈາກການລາຍງານຂ່າວຄວາມທາລຸນໂຫດຮ້າຍຂອງກອງທັບມຽນມາ ລະຫວ່າງປະຕິບັດການກວາດລ້າງຊົນກຸ່ມນ້ອຍໂຣຮິນຈາໃນລັດຍະໄຂ່.

ຈາກຂໍ້ມູນຂອງກຸ່ມ ເອເອພີພີ ປັດຈຸບັນຍັງເຫຼືອນັກໂທດການເມືອງຖືກຂັງຢູ່ໃນຄຸກທົ່ວມຽນມາມີທັງໝົດ 46 ຄົນ ແລະ ອີກປະມານ 300 ຄົນ ກຳລັງຖືກດຳເນີນຄະດີໃນສານ ໃນຂໍ້ຫາກ່ຽວກັບກິດະກຳທາງການເມືອງ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...