spot_img
Homeຂ່າວຕ່າງປະເທດມຽນມາຂໍຄວາມຊ່ວຍເຫຼືອຈາກນາໆຊາດ ຫຼັງຄວບຄຸມສະຖານະການໂຄວິດບໍ່ໄດ້

ມຽນມາຂໍຄວາມຊ່ວຍເຫຼືອຈາກນາໆຊາດ ຫຼັງຄວບຄຸມສະຖານະການໂຄວິດບໍ່ໄດ້

Published on

ວັນທີ 28 ກໍລະກົດ 2021 ສໍານັກຂ່າວຕ່າງປະເທດ (AFP) ລາຍງານວ່າ ລັດຖະບານທະຫານມຽນມາແມ່ນກໍາລັງຊອກຫາຄວາມຊ່ວຍເຫຼືອຈາກນານໆຊາດ ເພື່ອຊ່ວຍຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ຫຼັງພົບກັບບັນຫາໃນການຮັບມືກັບຈໍານວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນສູງຂຶ້ນເລື້ອຍໆ.

ໂຮງໝໍຫຼາຍແຫ່ງໃນມຽນມາ ບໍ່ມີອຸປະກອນການແພດພຽງພໍທີ່ຈະຮັບມືກັບຈໍານວນຜູ້ຕິດເຊື້ອ ອີກທັງຍັງມີບຸກຄະລາກອນການແພດຈໍານວນໜຶ່ງ ທີ່ອອກຈາກວຽກເພື່ອປະທ້ວງການລັດຖະປະຫານເມື່ອວັນທີ 1 ກຸມພາ 2021 ທີ່ຜ່ານມາ.

ການອອກຄໍາສັ່ງໃຫ້ປະຊາຊົນນັບລ້ານຢູ່ໃນບ້ານ ບໍ່ສາມາດເຮັດໃຫ້ຫຼຸດຜ່ອນຈໍານວນຜູ້ຕິດເຊື້ອລົງໄດ້ ພ້ອມຍັງມີຜູ້ເສຍຊີວິດອີກເປັນຈໍານວນຫຼາຍ ຈົນເຮັດໃຫ້ເຕົາຫຼໍ່ບໍ່ພຽງພໍ ແລະ ຍັງຕ້ອງຂໍຄວາມຊ່ວຍເຫຼືອຈາກອາສາສະໝັກໃນການເຄື່ອນຍ້າຍສົບຂອງຜູ້ເສຍຊີວິດອອກມາຈາກໃນບ້ານອີກດ້ວຍ.

ພົນເອກ ມິນອອງລາຍ ໄດ້ຂໍຄວາມຮ່ວມມືຈາກນາໆຊາດ ໂດຍມີການຕິດຕໍ່ໄປຍັງຊາດອາຊຽນ ແລະ ພັນທະມິດ ເພື່ອຄວບຄຸມ, ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບທີ່ເກີດຈາກ ໂຄວິດ-19 ໂດຍໄດ້ເພີ່ມການຈັດຫາວັກຊີນຜ່ານທາງການບໍລິຈາກ ແລະ ພັດທະນາໂຮງງານຜະລິດວັກຊີນຂອງຕົນເອງພາຍໃຕ້ການສະໜັບສະໜຸນຂອງລັດເຊຍ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...