spot_img
Homeຂ່າວທ້ອງຖິ່ນມູນຄ່າການຄ້າຊາຍແດນ ບໍ່ແກ້ວ-ຊຽງຮາຍ ບັນລຸ 200 ລ້ານກວ່າໂດລາ

ມູນຄ່າການຄ້າຊາຍແດນ ບໍ່ແກ້ວ-ຊຽງຮາຍ ບັນລຸ 200 ລ້ານກວ່າໂດລາ

Published on

ຂປລ. ປັດຈຸບັນການ​ພົວພັນ​ຮ່ວມ​ມື​ທາ​ງດ້ານ​ການ​ຄ້າ-​ການ​ລົງທຶນ ​ລະຫວ່າງ ສອງ​ປະ​ເທດ​ ລາວ-​ໄທ ​ເວົ້າ​ສະ​ເພາະ ​ແຂວງ​ບໍ່​ແກ້​ວ ​​ແລະ ​ແຂວງ​ຊຽງຮາ​ຍ ກໍ​ຄື​ເມືອງຊຽງຂອງ, ຊຽງແສນ ​ແລະ ​ເມືອງ​​ແມ່​ສາຍ ​ແຫ່ງ ຣາຊະ​ອານາຈັກ​ໄທ ມີມູນ​ຄ່າ​ການ​ຄ້າ​ຊາຍ​ແດນບັນລຸ 200 ກວ່າ​ລ້ານໂດ​ລາສະຫະລັດ.

​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່​ແຂວງ​ບໍ່​ແກ້ວ ​ໄດ້​ມີພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ກາ​ນຮ່ວມ​ມື​ຊອກ​ຫາ​ຊ່ອງ​ທາງ​ ເພື່ອພັດທະນາ​ທາງດ້ານ​ເສດຖະກິດ ​ແລະ ສ້າງ​ເຄືອຂ່າຍ​ຄູ່​ຮ່ວມ​ທາງ​ທຸລະ​ກິດ ​ໃນ​ສາຂາ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ​ໂລ​ຈິ​ສຕິກ​ສ, ການພັດທະ​ນາ​ສິນຄ້າ​ໂອດ​ອບ-​ໂອ​ທອບ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ອື່ນໆ ໂດຍການລົງນາມລະ​ຫວ່າງ​ ທ່ານ ສີ​ສຸພັນ ສິລິ​ວົງ ປະທານ​ສະພາ​ການ​ຄ້າ-ອຸດສາຫະກຳ ​ແຂວງ​ບໍ່​ແກ້ວ ກັບທ່ານ ອະນຸ​ລັດ ອິນ​ທອນ ປະທານ​ຫໍ​ການ​ຄ້າ ​ແຂວງ​ຊຽງ​ຮາຍ ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

​ທ່ານ ສີ​ສຸພັນ ສິລິ​ວົງ ປະທານ​ສະພາ​ການ​ຄ້າ-ອຸດສາຫະກຳ ​ແຂວງ​ບໍ່​ແກ້ວ ກ່າວ​ວ່າ: ​ໃນ​ການ​ເຊັນ​ບົດ​ບັນທຶກ​ດັ່ງກ່າວ, ​ເພື່ອ​ເປັນກົນ​ໄກ​ສ້າງ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ ​ໃນ​ລັກສະນະ​ທີ່​ໃກ້ຊິດ ​ແລະ ສ້າງ​ເຄືອ​ຂ່າຍ​ທາງ​ທຸລະ​ກິດ, ​ເປັນ​ການ​ຊຸກຍູ້ ​ແລະ ຂະຫຍາຍ​ຄວາມ​ສຳພັນ​ລະ​ຫວ່າງ ລາວ-​ໄທ ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ, ການ​ບໍລິການ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ປັດ​ຈຸ​ບັນເສດຖະກິດ​ຂອງ​ແຂວງບໍ່​ແກ້ວ ພວມຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ສະ​ເລ່ຍ 9,7% ຕໍ່​ປີ, ລາຍ​ຮັບ​ຕໍ່​ຫົວ​ຄົນ​ ບັນລຸ​ໄດ້ 1.475 ​ໂດ​ລາ​ສະຫະລັດ​ຕໍ່​ຄົນ​ຕໍ່​ປີ, ​ໂຄງ​ປະກອບ​ເສດຖະກິດ ​ໄດ້​ຜັນ​ປ່ຽນຈາກ ​ຂະ​ແໜງ​ກະສິກຳ​ປ່າ​ໄມ້ ​ໄປ​ສູ່​ຂະ​ແໜງ​ອຸດສາຫະກຳ ​ແລະ ບໍລິການ​ຫລາຍ​ຂຶ້ນ ​ເປັນ​ຕົ້ນຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້ ​ເພີ່ມ​ຂຶ້ນ 7,5% ກວມ 40,9% ຂອງ GDP, ຂະ​ແໜງ​ອຸດສາຫະກຳ ​ເພີ່ມ​ຂຶ້ນ 8,7% ກວມ 21,1% ຂອງ GDP ​ແລະ ການ​ບໍລິການ​ເພີ່ມ​ຂຶ້ນ 14,5% ກວມ 37,9% ຂອງ GDP ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...