spot_img
Homeຂ່າວທ້ອງຖິ່ນມີ 30 ກວ່າ​ບໍ​ລິ​ສັດ ​ເຂົ້າ​ຮ່ວມງ​ານ​ຕະ​ຫລາດ​ນັດ​ແຮງ​ງານ ​ຄັ້ງ​ທີ 8

ມີ 30 ກວ່າ​ບໍ​ລິ​ສັດ ​ເຂົ້າ​ຮ່ວມງ​ານ​ຕະ​ຫລາດ​ນັດ​ແຮງ​ງານ ​ຄັ້ງ​ທີ 8

Published on

​ງານຕະ​ຫລາດ​ນັດ​ແຮງ​ງານ​ຄັ້ງ 8 ຈັດ​ຂຶ້ນ​ ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້ ທີ່​ຄະ​ນ​ະວິ​ສະ​ວະ​ກຳ​ສາດໂດຍ​ມີ 30 ກວ່າ​ບໍ​ລິ​ສັດ​ເຂົ້າ​ຮ່ວມ ເພື່ອ​ເປີດ​ໂອ​ກາດ​ໃຫ້​ແກ່​ນັກ​ຮຽນ-ນັກ​ສຶກ​ສາໃນ​ການສ້າງວຽກ​ເຮັດ​ງານ​ທຳ​ທີ່​ໝັ້​ນ​ຄົງ​ໃນ​ອ​ະ​ນາ​ຄົດ ພ້ອມ​ທັງ​ເປັນ​ການໄດ້​ພົບ​ປະ ແລະ ແລກ​ປ່ຽນ​ກັບ​ຜູ້​ປະ​ກອບ​ການ​ແຕ່​ລະ​ບໍ​ລິ​ສັດ.​

ງານ​ດ​ຕະ​ຫລາດ​ນັດ​ແຮງ​ງານ​ຄັ້ງ ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ນັກ​ສຶກ​ສາ​ໄດ້​ພົບ​ປະ​ກັບ​ບັນ​ດາ​ຜູ້​ປະ​ກອບ​ການ ແລະ ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໄດ້​ມີ​ການ​ແລກ​ປ່​ຽນ​ແນວ​ຄວາມ​ຄິດ​ເຊິ່ງ​ກັນ ແລະ ກັນ ນ​ອກ​ຈາກນັ້ນ, ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ຍັງ​ໄດ້​ມີ​ໂອ​ກາດ​ຊອກ​ຫາ​ເພື່ອ​ນ​ຮ່ວມ​ງານ​ທີ່​ຖືກ​ຕ້ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ໜ້າ​ວຽກ​ເພື່ອ​ພັດ​ທະ​ນາ​ທຸ​ລະ​ກິດ​ຂອງ​ເຂົາ​ເຈົ້າ ເຊິ່ງ​ໃນ​ນັ້ນ, ຍັງ​ເປັນ​ການ​ສ້າງ​ສາຍ​ສຳ​ພັນ​ທີ່​ດີ​ລະ​ຫວ່າງ​ບໍ​ລິ​ສັດ​ຕ່າງໆ ແລະ ມະ​ຫາ​ວິ​ທ​ະ​ຍາ​ໄລ​ແຫ່ງ​ຊາດ, ໂຮງ​ຮຽນ​ເພື່ອ​ສາມ​າດ​ຕອບ​ສະ​ໜອງ​ແຮງ​ງານ​ໃຫ້​ຖືກ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ແຮງ​ງານ​ໃນ​ອະ​ນາຄົ​ດ ພ້ອມ​ທັງ​ເປັນ​ການ​ເອື້ອຍ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຊອກວຽກ​ເຮັດ​ງານ​ທຳ​ທີ່​ຫລາກ​ຫລາຍ​ໃຫ້​ບັນ​ດາ​ນັກ​ສຶກ​ສາ

ສຳ​ລັບ​ງານ​ຕະ​ຫລາດ​ນັດ​ແຮງ​ງານ​ຄັ້ງ​ທີ 8 ໄດ້​ຮັບ​ການ​ຮ່ວມ​ມື​ຈາກ 3 ພາກ​ສ່ວນ​ຄື: ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ອີ​ຢູ.

ຂຽນໂດຍ: ບຸນມີ ບຸນມີໄຊ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...