spot_img
Homeມູມໄອທີລາວມາແທ້ Android ທີ່ໃຊ້ຊິບ X86 ລະບົບ 64bit ປີໜ້າ

ມາແທ້ Android ທີ່ໃຊ້ຊິບ X86 ລະບົບ 64bit ປີໜ້າ

Published on

<ignore_js_op>

ໃນຂະນະທີ່ບາງຄ່າຍຜູ້ບໍລິຫານກໍອອກມາບອກວ່າ 64 bit ນັ້ນເປັນພຽງຂອງແຖມອວດໆ ທາງການຕະຫຼາດ ຢ່າງໃດກໍຕາມ ສິ່ງທີ່ຕ້ອງຍອມຮັບກໍຄືໃນຕອນນີ້ Apple ເຮັດຊິບປະມວນຜົນ 64 bit ສຳເລັດຮຽບຮ້ອຍແລ້ວ ແລະແນ່ນອນວ່າຈະຕ້ອງມີບໍລິສັດອື່ນໆຕາມຫຼັງມາຢ່າງແນ່ນອນ

ເຖິງວ່າ Samsung ຈະປະກາດວ່າປີໜ້າຈະໃຊ້ຊິບ 64 bit ຢ່າງແນ່ນອນໂດຍອາດຈະເປັນ Galaxy S5  ແຕ່ວ່າບໍລິສັດໃຫຍ່ບໍລິສັດໜຶ່ງກໍໄດ້ອອກມາປະກາດຕົວຄື Intel ໂດຍບອກວ່າພ້ອມແລ້ວທີ່ຈະອອກຊິບ 64 bit ມາໃຫ້ໃຊ້ງານກັນ

ປີໜ້ານັ້ນຊິບ Atom ເວີຊັ່ນທີ່ເປັນ 64 bit (ເອີ້ນວ່າ X86-64) ນັ້ນຈະມຸ່ງເນັ້ນເປົ້າໝາຍທີ່ເປັນ Windows ເປັນຫຼັກ ແຕ່ວ່າຕະຫຼາດອີກກຸ່ມທີ່ຖືວ່າໃຫຍ່ບໍ່ນ້ອຍ ແບບແທັບເລັດແອນດຣອຍກໍຈະບໍ່ຖືກລືມໄວ້ດ້ານຫຼັງແຕ່ຢ່າງໃດ ໂດຍບອກວ່າ Bay Trail (Atom ລຸ້ນໃໝ່) ນີ້ມີປະສິດຕິພາບສູງຫຼາຍພໍທີ່ຈະເຮັດວຽກໜັກໆ ຫຼືຫຼິ້ນເກມແອນດຣອຍໄດ້ສະບາຍເລີຍ ງານນີ້ເຮົາກໍໜ້າຈະເຫັນແທັບເລັດ Windows ກ່ອນໃນໄຕມາດທຳອິດຂອງປີໜ້າ ແລ້ວຈະຟ້າວເຮັດ Android ໃຫ້ໄວທີ່ສຸດ ເຖິງຈະບໍ່ມີກຳນົດການຕາຍຕົວ ແຕ່ກໍເຊື່ອວ່າບໍ່ເກີນເຄິ່ງປີ 2014 ເຮົາກໍໜ້າຈະໄດ້ເຫັນກັນແລ້ວ

ທີ່ມາ:www.deklao.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...